ຄະນະເສດຖະກິດສູນກາງຜັນຂະຫຍາຍຫນ້າທີ່ໃນ6ເດືອນທ້າຍປີ

ຄະນະເສດຖະກິດສູນກາງຜັນຂະຫຍາຍຫນ້າທີ່ໃນ6ເດືອນທ້າຍປີ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
ພາບ:TTXVN

 (vovworld)- ຕອນເຊົ້າວັນທີ 23/7, ຢູ່ ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ໃນ 6 ​ເດືອ​ນຕົ້ນປີ ​ແລະ ຜັນ​ຂະຫຍາຍ​​ຫນ້າ​ທີ່​ໃນ 6 ​ເດືອນ​ທ້າຍ​ປີ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຄະນະ​ເສດຖະກິດ​ສູນ​ກາງ​ໄດ້​ ສະ​ເຫ​ນີຫລາຍ​ມາດ​ຕະການ​ເສດຖະກິດ​ສັງຄົມ, ສຳ​ເລັດ​ການ​ກວດກາ 10 ​ແຜນ​ຮ່າງ​ໃຫຍ່, ສຳຄັນ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນ​ະ​ເລຂາ. ພ້ອມ​ກັນ​ນັ້ນ ຄະນະ​ເສດຖະກິດ​ສູນ​ກາງ​ເປັນ​ເຈົ້າ​ການ​ສ້າງ​ແຜນການ, ​ແນະນຳ​ການ​ກວດກາ, ຕິດຕາມ​ກວດກາ​ປະຕິບັດ​ບັນດາ​ມະຕິ, ບົດ​ສະຫລຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ເຂດ​ເສດຖະກິດ​ສຳຄັນ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ ສະ​ເຫ​ນີ: ຄະນະ​ເສດຖະກິດ​ສູນ​ກາງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ຄ້ວາ, ສະ​ເຫ​ນີ, ກວດກາ ​ແລະ ​ແນະນຳ, ຕິດຕາມ​ກວດກາ​ຕິດ​ພັນ​ກັບ​ແຜນການ​ປະຕິບັດ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ, ສ້າງ​ລະບົບ​ເອກະສານ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ບໍລິຫານ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ປະສິດທິ​ຜົນ​ການ​ປະສານ​ສົມທົບ​ລະຫວ່າງ​ຄະນະ​ກັບ​ບັນດາ​ກະຊວງ​, ຂະ​ແຫນງ​ການ​ຢູ່​ສູນກາງ ​ແລະ ທ້ອງ​ຖິ່ນ.
ຂ່າວ/ບົດ​ອື່ນ