ຄ່ຳຄືນສະແດງ “ຊຸດເສື້ອຍາວ-ມໍລະດົກວັດທະນະທຳຫວຽດນາມ”

(VOVWORLD) -ແນະນຳແບບຊຸດເສື້ອຍາວກວ່າ  1.000 ຊຸດ ຂອງນັກອອກແບບ 21 ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຄ່ຳຄືນສະແດງ “ຊຸດເສື້ອຍາວ-ມໍລະດົກວັດທະນະທຳຫວຽດນາມ” - ảnh 1 ລາຍການສະແດງ “ຊຸດເສື້ອຍາວ-ມໍລະດົກວັດທະນະທຳຫວຽດນາມ”

(ພາບ: TTXVN)

ລາຍການສະແດງ “ຊຸດເສື້ອຍາວ-ມໍລະດົກວັດທະນະທຳຫວຽດນາມ” ຖືກດຳເນີນໃນຕອນຄ່ຳວັນທີ 28 ມິຖຸນາ, ຢູ່ເຂດມໍລະດົກລະດັບຊາດພິເສດ ວັນມ໊ຽວ-ກວ໊ກຕືຢ໊າມ, ຮ່າໂນ້ຍ, ເຊິ່ງໄດ້ແນະນຳເຖິງມະຫາຊົນແບບຊຸດເສື້ອຍາວກວ່າ  1.000 ຊຸດຂອງນັກອອກແບບ 21 ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ລາຍການໂດຍສູນກາງສະຫະພັນແມ່ຍິງຫວຽດນາມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

        ໃນຄ່ຳຄືນສະແດງ, ມະຫາຊົນໄດ້ຮັບຊົມພາບຖ່າຍ, ຄວາມງາມຂອງມໍລະດົກວັດທະນະທຳ 21 ແຫ່ງຂອງຫວຽດນາມ ເຊິ່ງໄດ້ຮັບການຮັບຮອງເອົາຈາກອົງການ UNESCO.

ຕອບກັບ

ຂ່າວ/ບົດ​ອື່ນ