ຄຳສັ່ງຢຸດຍິງຢູ່ຢູແກຼນມີໄພຖືກທຳລາຍ

ຄຳສັ່ງຢຸດຍິງຢູ່ຢູແກຼນມີໄພຖືກທຳລາຍ - ảnh 1
ບັນດາມືປືນແຍກຕົວຢູ່ເຂດ Lugansk, ພາກຕາເວັນອອກ ຢູແກຼນ
 (ພາບ: AFP)

(vovworld) – ອຳນາດ​ການ​ປົກຄອງ ຢູ​ແກຼນ ກ່າ​ວ​ເຕືອນ​ກຳລັງ​ມີ​ແຜນ​ນະ​ໂຍບາຍ​ຫັນ​ພາກ​ຕາ​ເວັນ​ອອກ ​ເປັນ​ສະຫະພັນ ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ທີ່​ຫາ​ກໍ່​ບັນ​ລຸ​ໄດ້ຈະຖືກ​ຢຸດຕິ​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ເມື່ອ​ວັນ​ທີ 14/9, ​ໂຄສົກ​ສະພາ​ປ້ອງ​ກັນ​ປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດ ຢູ​ແກຼນ, ທ່ານ Volodymyr Polyovy, ​ຖະ​ແຫຼ​ງວ່າ: ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ, ບັນດາ​ມື​ປືນ​ຢູ່​ພາກ​ຕາ​ເວັນ​ອອກ ສືບ​ຕໍ່​ບຸກ​ໂຈມ​ຕີ​ບັນດາ​ເປົ້າ​ໝາຍ​ຂອງ​ລັດຖະບານ. ຕາມ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ແລ້ວ, ບັນດາ​ການ​ກະທຳ​ດັ່ງກ່າວ​ນາບ​ຂູ່​ແຜນການ​ສັນຕິພາບ​ຂອງ​ອຳນາດ​ການ​ປົກຄອງ ກີ​ແອບ. ກ່ອນ​ໜ້ານັ້ນ, ​ເມື່ອ​ສິ້ນ​ສຸດ​ການ​ເຈລະຈາ​ຂອງ ກຸ່ມ​ສຳ​ພັດ ​ເຊິ່ງລວມມີ: ຜູ້ຕາງໜ້າ​ຂອງ​ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko, ​ເອກ​ອັກຄະ​ລັ​ດຖະທູດ ລັ​ດ​ເຊຍ ປະຈຳ ຢູ​ແກຼນ ​ແລະ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື ​ເອີ​ລົບ (OSCE), ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ ສ. ປະຊາ​ຊົນ ທີ່​ອ້າງ​ຊື່ເອງວ່າ Donetsk ​ແລະ Lugansk ຢູ່ Minsk (ປະ​ເທດ ​ເບ​ລາຣຸດ) ​ໃນ​ວັນ​ທີ 5/9, ບັນດາ​ຝ່າຍ​ໄດ້​ເຊັນ​ຄຳ​ສັ່ງ​ຢຸດ​ຍິງ 2 ຝ່າຍ. ຄວາມຮັບຜິດຊອບ​ຕິດຕາມ​ກວດກາ ​ແລະ ກວດກາ​ການ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແມ່ນ​ມອບ​ໃຫ້ OSCE.


ຂ່າວ/ບົດ​ອື່ນ