ງານຕະຫຼາດນັດວຽກເຮັດງານທຳປີ 2013 ໃຫ້ແກ່ນັກສຶກສາ, ຊາວໜຸ່ມຫວຽດນາມ ຢູ່ ຍີ່ປຸ່ນ

ງານຕະຫຼາດນັດວຽກເຮັດງານທຳປີ 2013 ໃຫ້ແກ່ນັກສຶກສາ, ຊາວໜຸ່ມຫວຽດນາມ ຢູ່ ຍີ່ປຸ່ນ - ảnh 1

ງານ​ຕະຫຼາດນັດ​ວຽກ​ເຮັດ​ງານ​ທຳ​ປີ 2013 ​ໃຫ້​ແກ່​ນັກ​ສຶກສາ, ຊາວ​ໜຸ່ມ​ຫວຽດນາມ ຢູ່ ຍີ່ປຸ່ນ

(ພາບ: Minh Sơn/Vietnam+)

(vovworld) - ວັນ​ທີ 13/1, ສະມາຄົມນັກ​ສຶກສາ ​ແລະ ຊາວ​ໜຸ່ມ​ ຫວຽດນາມ (ຫຼື VYSA) ຢູ່​ຍີ່ປຸ່ນ ​ໄດ້​ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ​ຢູ່ ຍີ່ປຸ່ນ ຈັດ​ຕັ້ງ​ງານ​ຕະຫຼາດນັດ​ວຽກ​ເຮັດ​ງານ​ທຳ​ປີ 2013 ​ໃຫ້​ແກ່​ນັກ​ສຶກສາ ​ແລະ ຊາວ​ໜຸ່ມ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮຳ່​ຮຽນ​ຢູ່ ຍີ່​ປຸ່ນ. ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ວຽກ​ເຮັດ​ງານ​ທຳ​ຄັ້ງ​ທີ 7 ນີ້​ມີ​ບໍລິ​ສັດ​ກ່ວາ 30 ​ແຫ່ງ ​ແລະ ນັກ​ສຶກສາ, ຊາວ​ໜຸ່ມ​ຫວຽດນາມ ຢູ່​ນະຄອນ​ຕ່າງໆ​ຂອງ ຍີ່ປຸ່ນ ກ່ວາ 200 ຄົນ. ​ເອື້ອຍ ຫງວຽນ​ທິທູ​ຮົ່ງ, ປະທານ VYSA ​ໃຫ້​ຮູ້​ວ່າ: VYSA ຈັດ​ຕັ້ງ​ງານ​ຕະຫຼາດນັດ​ວຽກ​ເຮັດ​ງານ​ທຳ​ປະຈຳ​ປີ ດ້ວຍຈຸດປະສົງ​ສ້າງ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ບັດ​ດາ​ຜູ້​ໃຊ້​ແຮງ​ງານ ​ແລະ ນັກ​ສຶກສາ, ຊາວ​ໜຸ່ມ​ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ຢູ່ ຍີ່ປຸ່ນ ​ແລະ ມີ​ຄວາມ​ຫວັງຢາກ​ເຮັດ​ວຽກ​ໃຫ້​ບັນດາ​ບໍລິສັດ ຍີ່ປຸ່ນ. ງານ​ຕະຫຼາດນັດ​ວຽກ​ເຮັດ​ງານ​ທຳ​ປີ 2013 ມີ​ຫຼາຍ​ຈຸດ​​ໃໝ່, ວຽກ​ງານ​ກະກຽມ​ກໍ່ລະອຽດ​ລະ​ອໍກ່ວາ, ດ່ັງ​ນັ້ນ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດນຳ​ໃຊ້​ແຮງ​ງາ​ນຫຼາຍ​ແຫ່ງ ​ແລະ ນັກ​ສຶກສາ​ ຫວຽດນາມ ກ່ວາ 200 ຄົນ ທີ່​ພວມ​ຮຳ່ຮຽນ​ຢູ່​ມະຫາວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຂອງ ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ