ງານພົບປະແລກປ່ຽນ ມິດຕະພາບຊາວໜຸ່ມ ຫວຽດນາມ - ຈີນ ປີ 2014 ປະສົບຜົນສຳເລັດຢ່າງຈົບງາມ

ງານພົບປະແລກປ່ຽນ ມິດຕະພາບຊາວໜຸ່ມ ຫວຽດນາມ - ຈີນ ປີ 2014 ປະສົບຜົນສຳເລັດຢ່າງຈົບງາມ - ảnh 1
ງານ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ - ຈີນ ປີ 2014
(ພາບ: tienphong.vn)

(vovworld) - ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ຊາວ​ໜຸ່ມຫວຽດນາມ - ຈີນ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນຊາວ​ໜຸ່ມ​ຈີນ 100 ຄົນ ​ໂດ​ຍທ່ານ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ ລົວ​​ໄໝ ນຳ​ໜ້າ​​ມາເຂົ້າ​ຮ່ວມ “ງານ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ - ຈີນ ປີ 2014”. ງານ​ພົບ​ປະ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 25/03 – 01/04/2014 ທີ່​ຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັ໋ກນິງ ​ແລະ ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຈຳ​ປີ​ລະຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ ​ແນ​ໃສ່​ປະກອບສ່ວນ​ສຶກສາ​ໃຫ້​ໄວ​ໜຸ່ມກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ພັກ, ລັດ, ປະຊາຊົນ ​ແລະ ຊາວໜຸ່ມ 2 ປະ​ເທດ ຫວຽດນາມ - ຈີນ. ຜ່ານ​ນັ້ນ ຢືນຢັນ​ຄວາມ​ຕັດສິນ​ໃຈ, ຄວາມ​ຮັບຜິດຊອບ​ຂອງ​ຊາວ​ໜຸ່ມ​ໃນ​ການ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ​ໃນ​ຂອບ​ເຂດ​ງານ​ພົບ​ປະ​ແລກປ່ຽນ, ຜູ້​ແທນ​ຊາວ​ໜຸ່ມ 2 ປະ​ເທດ​ໄດ້​ປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆຄື: “ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ, ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ”, “ຊາວ​ໜຸ່ມ​ກັບ​ວຽກ​ງານ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ”, “ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະມັກ”.

ຂ່າວ/ບົດ​ອື່ນ