ງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”

(VOVWORLD) -ຕອນຄ່ຳວັນທີ 09 ສິງຫາ, ທີ່ກອງບັນຊາການທະຫານເຮືອເຂດ 1 ກອງທັບເຮືອ, ນະຄອນຫາຍຟ່ອງ, ກອງບັນຊາການທະຫານເຮືອເຂດ 1, ພະແນກສະຖານະການ - ວິທະຍຸກະຈາຍສຽງຫວຽດນາມ ແລະ ໜັງສືພິມບານເຕະ ໄດ້ສົມທົບກັນຈັດງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”.
ງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” - ảnh 1 (ງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”)

ໃນງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, ມີຜູ້ດີເດັ່ນ 9 ຄົນຂອງກອງບັນຊາການທະຫານເຮືອເຂດ 1, ພະແນກສະຖານະການ - ວິທະຍຸກະຈາຍສຽງຫວຽດນາມ ແລະ ໜັງສືພິມບານເຕະ ໄດ້ແບ່ງປັນບັນດາບົດຮຽນໃນວຽກງານ, ການຝຶກຊ້ອມ, ການຕໍ່ສູ້ ກໍຄືບັນດານ້ຳໃຈທີ່ສະຫງວນໃຫ້ແກ່ເຂດທະເລ, ໝູ່ເກາະຂອງປະເທດຊາດ. ພັນຕີ ຮ່ວາງວັນທິ້ງ, ຜູ້ຊ່ວຍວຽກງານເຄມີ, ຫ້ອງເສນາທິການ, ກອງບັນຊາການທະຫານເຮືອ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າປາດຖະໜາໄດ້ອຸທິດກຳລັງໜຸ່ມແໜ້ນ, ກຳລັງປະດິດຄິດສ້າງ, ຄວາມສຸດຈິດສຸດໃຈຕໍ່ໜ້າທີ່ວຽກງານ ເພື່ອສ້າງກົມກອງ, ສ້າງເຫຼົ່າທັບ ໃນວິວັດທະນາການກ້າວຂຶ້ໜສູ່ຄວາມເປັນທັນສະໄໝ. ແລະກໍ່ເລີ່ມມາຈາກວຽກງານຕົວຈິງຂອງຂ້າພະເຈົ້າ. ປະຈຸບັນ, ຢູ່ບັນດາກົມກອງເຂດ 1 ພວກຂ້າພະເຈົ້າຍັງຂາດເຂີນຮູບແບບຈຳລອງໃນການຝຶກຊ້ອມມີລັກສະນະແທດຈິງຢ່າງມີຊີວິດຊີວາ, ເພື່ອຍົກສູງຄຸນນະພາບການຝຶກຊ້ອມໃຫ້ກອງທັບ, ຄວນມີບັນດາຮູບແບບໃໝ່, ວິທີເຮັດໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ