ງານມະຫະກຳກິລານັກສຶກສາອາຊຽນ 2018 ຈັດຂຶ້ນຢູ່ໂຮນລັງ

(VOVWORLD) -ວັນທີ 23 ມິຖຸນາ 2018 ຢູ່ມະຫາວິທະຍາໄລ Amsterdam, ນະຄອນ Amsterdam, ທ່ານປະທານຄະນະກຳມະການອາຊຽນ ຢູ່ La Hay, ທ່ານນາງ ໂງທິຮວ່າ ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງ ໄດ້ເຂົ້າຮ່ວມພິທີໄຂງານມະຫະກຳກິລາອາຊຽນ ຄັ້ງທີ 2 ຢູ່ໂຮນລັງ.
ງານມະຫະກຳກິລານັກສຶກສາອາຊຽນ 2018 ຈັດຂຶ້ນຢູ່ໂຮນລັງ - ảnh 1 (ພາບປະກອບ: TTXVN)

ເຫດການດັ່ງກ່າວ ໂດຍສະມາຄົມນັກສຶກສາຫວຽດນາມປະຈຳໂຮນລັງສົມທົບກັບສະມາຄົມນັກສຶກສາບັນດາປະເທດອາຊຽນປະຈຳໂຮນລັງ ຈັດຕັ້ງຂຶ້ນ, ພາຍໃຕ້ການອຸປະຖໍາຂອງສະຖານທູດຫວຽດນາມ ແລະ ບັນດາສະຖານທູດອາຊຽນ.

        ງານມະຫະກຳກິລາ ໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ແລະ ບັນດາປະເທດອາຊຽນປະຈຳຢູ່ໂຮນລັງ ຈຳນວນ 100 ກວ່າຄົນ. ງານມະຫະກຳກິລາອາຊຽນຄັ້ງທີ 2 ລວມມີ 4 ປະເພດກິລາຕົ້ນຕໍຄື: ບານເຕະມີນີ,  ຕີດອກປິກໄກ່, ບານບ້ວງ ແລະ ແລ່ນຖັດໄມ້ ສິ້ນສຸດວັນແຂ່ງຂັນກິລາ, ທິມຫວຽດນາມໄດ້ຮັບໄຊຊະນະໃນການແຂ່ງຂັນກິລາ ບານເຕະ ແລະ ແລ່ນ; ທິມຟິລິບປິນ ຄວ້າໄດ້ລາງວັນຊະນະເລີດກິລາປະເພດບານບ້ວງ ແລະ ທິມຟີລິບປິນຊະນະເລີດກິລາປະເພດຕີດອກປິກໄກ່ຄູ່ ແລະ ດຽວ.


ຕອບກັບ

ຂ່າວ/ບົດ​ອື່ນ