ງານລາຕີທ່ອງທ່ຽວຫວຽດນາມຢູ່ເຂດພາກເໜືອອິນເດຍ

ງານລາຕີທ່ອງທ່ຽວຫວຽດນາມຢູ່ເຂດພາກເໜືອອິນເດຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິນ​ເດຍ ຕົນ​ຊິງ​ແທ່ງ
(ພາບ: vietnamplus.vn)

​​(vovworld) - ຕອນ​ຄໍ່າ​ວັນ​ທີ 10/08, ສະຖານທູດ​ຫວຽດນາມ ປະຈຳ​ອິນ​ເດຍ ​ໄດ້​ສົມທົບ​ກັນ​ບັນດາ​ບໍລິສັດ​ທ່ອງທ່ຽວ​ຫວຽ​ດນາມ Vidotour ​ແລະ Victoria Tour ​ຈັດ​ຕັ້ງງານລາຕີທ່ອງ​ທ່ຽວ​ຫວຽດນາມ ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ Chandigarh, ​ເມືອງ​ເອກ​ຂອງ 3 ລັດ​ທາງ​ພາກ​ເໜືອ​ອິນ​ເດຍ. ກ່າ​ວຄຳ​ເຫ​ັນທີ່​ພິທີ​ໄຂງານລາຕີ​ທ່ອງ​ທ່ຽວ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິນ​ເດຍ ຕົນ​ຊິງ​ແທ່ງ ຢືນຢັນ​ວ່າ, ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ນັກ​ທ່ອງ​ທ່ຽວ​ອິນ​ເດຍ ມາ​ຫວຽດນາມ ​ແລະ ກຳນົດວ່າ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ແມ່ນ​ແບບວິທີ​ສຳຄັນ​ທີ່​ສຸດ ​ເພື່ອ​ເພີ່ມ​ຈຳນວນ​ນັກ​ທ່ອງ​ທ່ຽວ​ອິນ​ເດຍ ມາ​ຫວຽດນາມ. ງານລາຕີ​ທ່ອງ​ທ່ຽວ ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ບັນດາ​ເຫດການ​ໂຄສະນາ​ທ່ອງ​ທ່ຽວ ​ໂດຍ​ສະຖານທູດ​ສົມທົບ​ກັບບັນດາ​ຄູ່​ຮ່ວມ​ມື​ອິນ​ເດ​ຍ ​ແລະ ຫວຽດນາມ ຈັດ​ຕັ້ງ​ທີ່ບັນດາ​ນະຄອນ​ໃຫຍ່​ຢູ່​ອິນ​ເດຍ ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ