ງານລາຕີລະດູການປູກກາເຟ-ເຊີດຊູຜູ້ປູກຕົ້ນກາເຟ ໄຕງວຽນ

ງານລາຕີລະດູການປູກກາເຟ-ເຊີດຊູຜູ້ປູກຕົ້ນກາເຟ ໄຕງວຽນ - ảnh 1
(ພາບປະກອບ)

(vovworld) –  ​​ໂດຍ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5, ຕອນ​ຄໍ່າ​ວັນ​ທີ 11/03, ຢູ່​ສະໜາ​ມຫຼວງ 10/03, ນະຄອນ​ ບວນມາ​ທວດ (ດັກ​ລັກ) ​ໄດ້​ຈັດລາຍການ​ “ງານ​ລາຕີ​ລະດູ​ການ​ປູກກາ​ເຟ”. ລາຍການ​​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກວິທະຍາສາດ, ບັນດາ​ນັກ​ຄົ້ນຄວ້າ​ກາ​ເຟ, ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ​​ເກືອບ 900 ຄົນ​ທີ່ມາ​ຈາກ 5 ​ແຂວງ​ໄຕ​ງວຽນ ຄື: ດັກ​ລັກ, ດັກ​ນົງ, ຢາ​ລາຍ, ກອນ​ຕຸ​ມ ​ແລະ ​ເລີມ​ດົ່ງ. ດ້ວຍ​ຫົວ​ຂໍ້ “​ເຕົ້າ​ໂຮມ​ຊາວ​ກະສິກອນ”, ງານ​ລາຕີແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ພໍ່​ແມ່​ຊາວ​ກະສິກອນ​ປູກ​ຕົ້ນ​ກາ​ເຟຢູ່​ໄຕ​ງວຽນ ​ແລກປ່ຽນ​ກັບ​ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ​ຄວາມ​ຮູ້, ບົດຮຽນໃນ​ການ​ຜະລິດ, ປະກອບສ່ວນ​ພັດທະນາ​ຂະ​ແໜງ​ກາ​ເຟ ຢ່າງ​ໝັ້ນຄົງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5 ​ໄດ້​ຍ້ອງຍໍ​ຊາວ​ກະສິກອນ 55 ຄົນ ທີ່​ຜະລິດ​ດີ​ເດັ່ນ​ຂອງ​ບັນດາ​ແຂວງ​ໄຕ​ງວຽນ.

ຂ່າວ/ບົດ​ອື່ນ