ງານ​ລາ​ຕີ​ສິ​ລະ​ປະ “ເພື່ອອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຂັ້ມ​ແຂງກວ່າ”

(VOVWORLD) -ໂດຍນອນໃນລາຍການເຄື່ອນໄຫວ ຊາວໜຸ່ມ Festival ອາຊີຕາເວັນອອກສ່ຽງໃຕ້, ຕອນຄ່ຳວັນທີ 7 ພຶດສະພາ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ - ສະຫະສະມາຄົມຊາວໜຸ່ມ - ສະມາຄົມນັກສຶກສານະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງງານລາຕີສິລະປະ “ເພື່ອນອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ” ແລະ ລາຍການສະແດງຄອນເສີດສະມາຄົມນັກສຶກສາຕ້ອນຮັບ ຊີເກມ 31.
ງານ​ລາ​ຕີ​ສິ​ລະ​ປະ “ເພື່ອອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຂັ້ມ​ແຂງກວ່າ” - ảnh 1ລາຍການເປີດສາກງານລາຕີ

ດ້ວຍສຽງເພງ ແລະ ສຽງດົນຕີຂອງເຄື່ອງດົນຕີພື້ນເມືອງ ແລະ ດ້ວຍວາດຟ້ອນປະຈຳຊາດຂອງ 11 ປະເທດອາຊີຕາເວັນອອກສ່ຽງໃຕ້, ບັນດານັກສິລະປິນໄດ້ນຳສະເໜີຕໍ່ຜູ້ຊົມ, ຊາວໜຸ່ມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳຂອງແຕ່ລະປະເທດ, ພ້ອມດຽວກັນນັ້ນແມ່ນຈຸດຄ້າຍຄືກັນ ແລະ ຄວາມກົມກ່ຽວຂອງຄົນລຸ້ນໜຸ່ມ 11 ປະເທດອາຊີຕາເວັນອອກສ່ຽງໃຕ້ ເພື່ອຢັ້ງຢືນສານ ເພື່ອ “ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”.

        ໃນງານລາຕີນີ້, ຕາງໜ້າຊາວໜຸ່ມ 11 ປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ປະຕິບັດພິທີຢັ້ງຢືນ “ກຳລັງແຮງຂອງໄວໜຸ່ມອາຊີຕາເວັນອອກສ່ຽງໃຕ້”, ນຳແຜນທີ່ອາຊີຕາເວັນອອກສ່ຽງໃຕ້ທີ່ຍັກໃຫຍ່ຂຶ້ນເວທີດ້ວຍລາຍເຊັນກວ່າ 11.000 ລາຍເຊັນ ເຊິ່ງເກັບກຳມາໄດ້ໃນວັນດໍາເນີນ Festival. ນີ້ແມ່ນຮູບພາບທີ່ເປັນສັນຍາລັກໃຫ້ແກ່ກຳລັງແຮງຂອງໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້.


ຕອບກັບ

ຂ່າວ/ບົດ​ອື່ນ