ງານ​ວາງ​ສະ​ແດງ “Finding Parkinsons” : ສ່ອງ​ແສງ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ທີ່​ໜ​ັກ​ໜ່ວງ​ຈາກ​ທາດ​ພິດ​ສີ​ສົ້ມ

(VOVWORLD) - ງານວາງສະແດງໄດ້ແນະນຳບັນດາຜົນງານສິລະປະທີ່ເປັນເອກະລັກສະເພາະໄປສູ່ມະຫາຊົນ, ສ່ອງແສງໃຫ້ເຫັນບັນດາໝາກຜົນທີ່ໜັກໜ່ວງ ແລະ ຍາວນານໂດຍທາດພິດສີສົ້ມກໍ່ໃຫ້ເກີດແກ່ມວນມະນຸດ.
ງານ​ວາງ​ສະ​ແດງ “Finding Parkinsons” : ສ່ອງ​ແສງ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ທີ່​ໜ​ັກ​ໜ່ວງ​ຈາກ​ທາດ​ພິດ​ສີ​ສົ້ມ - ảnh 1ງານວາງສະແດງ “Finding Parkinsons”  (ພາບ: TTXVN)

ຕອນບ່າຍວັນທີ 17 ເມສາ, ຫໍພິພິທະພັນວິຈິດສິນ ດ່ານັ້ງ ໄດ້ສົມທົບກັບຈິດຕະກອນ David Thomas ແລະ ບັນດານັກສິລະປິນ Graphics Boston (ອາເມລິກາ) ຈັດງານວາງສະແດງພາບແຕ້ມດ້ວຍຫົວຂໍ້ “Finding Parkinsons ຂອງ David Thomas ແລະ ພາບແຕ້ມ Graphics ຂອງ ກຸ່ມນັກສິລະປິນ Boston”. ງານວາງສະແດງແນະນຳຜົນງານ 70 ຢ່າງ ເຊິ່ງໄດ້ແບ່ງປັນ 2 ເຂດ: ເຂດວາງສະແດງ “Finding Parkinsons” ໂດຍວາງສະແດງບັນດາຜົນງານຂອງຈິດຕະກອນ David Thomas ແລະ ເຂດວາງສະແດງ ຜົນງານ 38 ຢ່າງຂອງນັກສິລະປິນ 37 ຄົນ ເຊິ່ງແມ່ນສະມາຊິກຂອງ ກຸ່ມ Graphics Boston, ອາເມລິກາ. ງານວາງສະແດງໄດ້ແນະນຳບັນດາຜົນງານສິລະປະທີ່ເປັນເອກະລັກສະເພາະໄປສູ່ມະຫາຊົນ, ສ່ອງແສງໃຫ້ເຫັນບັນດາໝາກຜົນທີ່ໜັກໜ່ວງ ແລະ ຍາວນານໂດຍທາດພິດສີສົ້ມກໍ່ໃຫ້ເກີດແກ່ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ