ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສົມບັດ​ມີ​ຄ່າທາງ​ທຳ​ມະ​ຊາດ” - ນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ Visegrad ກັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) -ບັນດາພາບຖ່າຍໄດ້ແນະນຳຢູ່ງານວາງສະແດງຈະນຳມາໃຫ້ຜູ້ຊົມມູມມອງທີ່ໃໝ່ອ່ຽມ, ແທດຈິງກ່ຽວກັບທິວທັດທຳມະຊາດຂອງບັນດາປະເທດ Visegrad, ນຳມາເຊິ່ງຄວາມຮູ້ ແລະ ຄວາມຈັບອົກຈັບໃຈດ້ານການທ່ອງທ່ຽວກໍ່ຄືນ້ຳໃຈສາມັກຄີມິດຕະພາບ ລະຫວ່າງບັນດາປະເທດ Visegrad ກັບປະຊາຊົນ ຫວຽດນາມ
ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສົມບັດ​ມີ​ຄ່າທາງ​ທຳ​ມະ​ຊາດ” - ນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ Visegrad ກັບ​ປະ​ຊາ​ຊົນ ຫວຽດ​ນາມ - ảnh 1ພາບຖ່າຍຢູ່ງານວາງສະແດງ (ພາບ: hcmussh.edu.vn.)

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ ຮຸງກາຣີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ວັດທະນະທຳມະນຸດຂອງ ນະຄອນຈັດຕັ້ງພິທີໄຂງານວາງສະແດງພາບຖ່າຍ “ສິ່ງມີຄ່າຂອງທຳມະຊາດ” ຂອງກຸ່ມບັນດາປະເທດ Visegrad (ຮຸງກາຣີ, ສະໂລວາກີ, ໂປໂລຍ, ສ.ເຊັກໂກ).

ງານວາງສະແດງໄດ້ແນະນຳພາບຖ່າຍດີເດັ່ນ 50 ແຜ່ນກ່ຽວກັບທຳມະຊາດ, ສັດ, ພືດ, ທິວທັດທຳມະຊາດຂອງບັນດາປະເທດ Visegrad ຂອງບັນດານັກຖ່າຍຮູບທີ່ມີຊື່ສຽງຂຶ້ນກັບສະມາຄົມນັກຖ່າຍຮູບທຳມະຊາດຮຸງກາຣີ, ສະມາຄົມນັກຖ່າຍຮູບສັດປ່າ ສະໂລວາກີ, ສະມາຄົມນັກຖ່າຍຮູບທຳມະຊາດ ສ.ເຊັກໂກ, ສະມາຄົມນັກຖ່າຍຮູບທຳມະຊາດ ໂປໂລຍ.

ບັນດາພາບຖ່າຍໄດ້ແນະນຳຢູ່ງານວາງສະແດງຈະນຳມາໃຫ້ຜູ້ຊົມມູມມອງທີ່ໃໝ່ອ່ຽມ, ແທດຈິງກ່ຽວກັບທິວທັດທຳມະຊາດຂອງບັນດາປະເທດ Visegrad, ນຳມາເຊິ່ງຄວາມຮູ້ ແລະ ຄວາມຈັບອົກຈັບໃຈດ້ານການທ່ອງທ່ຽວກໍ່ຄືນ້ຳໃຈສາມັກຄີມິດຕະພາບ ລະຫວ່າງບັນດາປະເທດ Visegrad ກັບປະຊາຊົນ ຫວຽດນາມ, ເປັນຄຳຮຽກຮ້ອງກ່ຽວກັບຄວາມຮັບຜິດຊອບໃນການປົກປັກຮັກສາທຳມະຊາດ, ປົກປັກຮັກສາຊີວະນາໆພັນ ຂອງທຳມະຊາດ.ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງມຸ່ງໄປເຖິງເປົ້າໝາຍເພີ່ມທະວີການພົວພັນດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາສະມາຊິກ Visegrad ນຳກັນ ແລະ ລະຫວ່າງ Visegrad ກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ