ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ພິທີໄຂງານວາງສະແດງ

(vovworld) – ວັນ​ທີ 22/4, ຢູ່​ນະຄອນ ໝີ​ທໍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຕ່ຽນຢາງ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວັດຖຸ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ບັນດາ​ຫຼັກ​ຖານ​ປະຫວັດສາດ ​​ແລະ ນິຕິ​ກຳ”. ກ່າວ​ຄຳ​ເຫັນ​ໄຂ​ງານ​ວາງສະ​ແດງ, ທ່ານ​ຟ້າ​ມຮົ່ງຫາຍ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງການ ​ແລະ ສື່ສານ ​ເນັ້ນ​ໜັກ​ວ່າ: ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວັດ​ຖຸ​ເອກະສານ​ກ່ຽວ​ກັບ ຮ່ວາງ​ຊາ, ​ເຈື່ອງ​ຊາ ​ແມ່ນ​ການ​ເຄື່ອນ​ໄຫວ​ໂຄສະນາ​ດ້ານ​ສື່ສານ​ທີ່​ສຳຄັນ, ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ສະຕິ, ນຳ້​ໃຈ​ສາມັກ​ຄີ, ​ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ຢູ່ພາຍ​ໃນ​ປະ​ເທດ, ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ໃນ​ການ​ປົກປັກ​ຮັກສາ ​ແລະ ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຜ່ານ​ບັນ​ດາ​ເອກະສານ​ປະຫວັດສາດ​ໄດ້​ຮັບການ​ປະກາດ. ທ່ານ​ສາດສະດາ​ຈານ, ດຣ ຫງວຽນ​ກວາງ​ງອກ, ປະທານ​ສະພາ​ວິທະຍາສາດ - ປະຫວັດສາດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພາລະກິດ​ຕໍ່ສູ້​ເພື່ອ​ປົ​ກປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ, ​​ຜືນ​ແຜ່ນດິນ​ແມ່ນ​ຄວາມ​ຮັບຜິດ​ຊອບ ​​ແລະ​ ​ເປັນວຽກ​ງານ​ລວມຂອງ​ທົ່ວ​​ປວງ​ຊົນ. ສຳລັບ​ໄວ​ໜຸ່ມ​ແມ່ນ​ຄວາມ​ຮັບຜິດຊອບ​ສູງ​ສຸດ​ຍ້ອ​ນ​ເຂົາ​ເຈົ້າ​ແມ່ນ​ຜູ້​ປະຕິບັດ​ວຽກ​ງານໂດຍ​ກົງ​ດ້ວຍ​ບັນດາ​ວຽກ​ງານ​ລະອຽດ. ງານ​ວາງສະ​ແດງ​ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ໃຫ້​ໄວ​ໜຸ່ມ​ໄປ​ກວດກາ, ຕິດຕາມ​ກວດກາ​ເພື່ອ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ກຳລັງຂອງ​ຕົນ, ໝູນ​ໃຊ້​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ​ຂອງ​ຊາດ.”


ຂ່າວ/ບົດ​ອື່ນ