ງານ​ໂຮມ​ຊຸນ​ນຸມ ສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຊາກອນ - ວາງ​ແຜນ​ຄອບຄົວ

ງານ​ໂຮມ​ຊຸນ​ນຸມ ສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຊາກອນ - ວາງ​ແຜນ​ຄອບຄົວ - ảnh 1
( ພາບ : http://giadinh.net.vn )

ປີ 2012, ຂະ​ແໜງ​ປະຊາກອນ​ວາງ​ແຜນ​ຄອບຄົວ ຮ່າ​ໂນ້ຍ ສູ້​ຊົນ​​ຫຼຸດ​ອັດຕາການ​ເກີດ​ລົງ 0,2/ພັນ, ຫຼຸດ​ອັດຕາ​ເກີດ​ລູກ​ຜູ້​ທີ 3 ​ແມ່ນ 0,5%. ນີ້​ແມ່ນຈຸດໝາຍ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ງານ​ໂຮມ​ຊຸນ​ນຸມມິດ​ຕິງສະ​ເຫຼີ​ມ ສະຫຼອງ 50 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງປະຊາກອນວາງ​ແຜນ​ຄອບຄົວ ຫວຽດນາມ ຄື​ວັນ​ທີ 26 ທັນວາ 1961 - 26 ທັນວາ 2011 ​ແລະ ການ​ພົບ​ປະ​​ກັບ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ປະຊາກອນ​ຜ່ານ​​ໄລຍະ​ຕ່າງໆ​ໂດຍ​ຄະນະ​ກຳມະການ ປຊຊ ຮ່າ​ໂນ້​ຍ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 26 ທັນວາ. ຮ່າ​ໂນ້ຍ​ ແມ່ນ​ທ້ອງ   ​ຖີ່​ນນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ບາງ​ຄາດໝາຍ​ໃນ​ວຽກ​ງານ​ປະຊາກອນວາງ​ແຜນຄອບຄົວ. ຮູບ​ແບບ​ຄອບຄົວ​ມີ​ລູກແຕ່ 1 ຫາ 2 ຄົນ​ພວມ​ກ່າຍ​ເປັນມາດຖານ​ຕົວ​ແບບ​ໃນສັງຄົມ. ກ່າວ​ຄຳ​ເຫັນຢູ່​ທີ່​ພິທີຊຸມນຸມ​ມິດ​ຕິງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ວຽດ​ຕ໋ຽນ ​ເວົ້າ​ວ່າ.

“ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະສ້າງ​ໂຄງປະກອບ​ປະຊາກອນຕາມ​ມາດຖານ ​ແລະ ອັດຕາ​ສ່ວນ​ເພີ່​ມ ປະຊາກອນຂອງ ຮ່າ​ໂນ້ຍ ກໍ່​ໄດ້​ບັນລຸ​ລະດັບ​ການເກີດ​ທົດ​ແທນ, ​ແຕ່​ຄຽງຂ້າງ​ນັ້ນ, ພວກ​ເຮົາ​ກະ​ກ່ຽມປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກສິ່ງ​ທ້າທ້າຍ, ຕ້ອງ​​ມີ​ການ​ຊີ້​ນຳ​ຢ່າງ​ໃກ້​ຊິດ​ກໍ່​ຄື​ວິທີ​ປະຕິບັດ, ​ແຜນການ​ລະອຽດ ຈາກ​ນັ້ນພວກ​ເຮົາ​ຈຶ່ງ​ສາມາດແກ້​ໄຂ​​ບັນຫາປະຊາກອນ​ໄດ້​ຢ່າງ​ເຖິງ​ຖອງ ” .
ຂ່າວ/ບົດ​ອື່ນ