ງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ

ງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ - ảnh 1

ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ - ກຳປູ​ເຈຍ

(ພາບ: VGP/Le Son)

​(vovworld) -  ຕອນ​ເຊົ້າ​ວັນ​ທີ 24/6, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ - ກຳປູ​ເຈຍ (24/6/1967-24/6/2012) ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ຫົວໜ້າ​ຄະນະ​ຊີ້​ນຳ​ສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ມິດຕະພາບຫວຽດນາມ - ກຳປູ​ເຈຍ, ທ່ານ Simvana, ລັດຖະມົນຕີ​ຫ້ອງ​ວ່າການ​ສະພາ​ລັດຖະມົນຕີ​ລັດຖະບານ​ລາຊະ​ອານາຈັກ ​ກຳປູ​ເຈຍ​ ໄດ້​ເຂົ້າ​ຮ່ວມ. ກ່າວ​ຄວາມ​ເຫັນ​ຢູ່ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຢືນຢັນ​ວ່າ:

        ”​ໂດຍ​ເລີມ​ມາ​ຈາກ​ພື້ນຖານ​ການ​ພົວພັນ​ປະຫວັດສາດ​ທີ່​ມີ​ມາ​ນັບ​ແຕ່​ດົນ​ນານ ​ແລະ ຈາກ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ, ​ໃນ​ຕະຫຼອດ 45 ປີ ທີ່​ຜ່ານ​ມາ, ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ​ໄດ້​ຮຽງ​ບ່າ​ຮຽງ​ໄຫຼ່, ສາມັກຄີ, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ນັບ​ທັງ​ເລືອດ​ເນື້ອ​ຂອງ​ຕົນ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ ​ເພື່ອ​ເອກະລາດ ​ແຫ່ງ​ຊາດ, ການ​ຕໍ່ສູ້​ໂຄ່ນ​ລົ້ມ​ລະບອບ​ດັບ​ສູນ​ເຊື້ອ​ຊາດ​ທີ່​ໂຫດຮ້າຍ​ສາມານ. ​ແລະ ປະຈຸ​ບັນ​ຍັງ​ສືບ​ຕໍ່​ພ້ອມ​ກັນ​ຮຽງ​ບ່າ​ຮຽງ​ໄຫຼ່​ຊ່ວຍ​ເຫຼືອ​ກັນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ”.

        ສ່ວນທ່ານ Simvana, ລັດຖະມົນຕີ​ຫ້ອງ​ວ່າການ​ສະພາ​ລັດຖະມົນຕີ​ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ກໍ່​ຢືນຢັນ​ວ່າ ປະຊາຊົນ ​ກຳປູ​ເຈຍ ຍາມ​ໃດ​ກໍ່​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ສະ​ໜັບ​ສະ​ໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ປະ​ເທດ ​ກຳປູ​ເຈຍ​ ເມື່ອ​ປີ 1979, ທ່ານ​ກໍ່​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ຫວຽດນາມ​ເຂົ້າ ກຳ​ປູ​ເຈຍ:

        ”ພ້ອມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ​ລະຫວ່າງຫວຽດນາມ - ກຳປູ​ເຈຍ ກໍ່​ໄດ້​ຮັບ​ການ​ເພີ່ມທະວີ​ຫຼາຍ​ພໍ​ສົມຄວນ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2007 ​ແລະ ບັນລຸ 2 ຕື້ USD ​ໃນປີ 2011. ການ​ນຳ​ສອງ​ປະ​ເທດ​ຕັດສິນ​ໃຈ​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ໃຫ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​, ບັນລຸ 5 ຕື້ USD ໃນ 5 ປີຈະມາເຖິງ ”

 

 

 

ຂ່າວ/ບົດ​ອື່ນ