ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງຫວຽດນາມ - ການາດາ

ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງຫວຽດນາມ - ການາດາ - ảnh 1
ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເຮື໋ອງວກທ້ວນ
(ພາບ: hochiminhcity.gov.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 02/07, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ກາ​ນາ​ດາ ​ແລະ 146 ປີ​ແຫ່ງ​ວັນ​ສະຖາ​ປະນາ ກາ​ນາ​ດາ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເຮື໋ອງວກທ້ວນ ​ໃຫ້​ຮູ້​ວ່າ, ຜ່ານ​ໄລຍະ 4 ທົດ​ສະ​ວັດ​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ ​ແລະ ຍາວ​ນານ ລະຫວ່າງ​ຫວຽດນາມ ​ແລະ ກາ​ນາ​ດາ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ພົວພັນ​ດ້ານ​ການ​ເມືອງ​ຮັບ​ຜົນງານ​ດີ ​ໄດ້​ສ້າງ​ທ່າ​ແຮງ​ໃຫ້​ແກ່​ການ​ເຕີບ​​ໂຕ​ດ້ານ​ເສດຖະກິດ. ​ໄລ​ມາ​ຮອດ​ປະຈຸ​ບັນ, ກາ​ນາ​ດາ ມີ 50 ​ໂຄງການ​ລົງທຶນ​ຢູ່​ນະຄ​ແນ​ໂຮ່ຈິ​ມິນ, ດ້ວຍ​ຍອດ​ຈຳນວນ​ທຶນ 91,5 ລ້ານ USD, ຈຳນວນ​ນັກ​ທ່ອງ​ທ່ຽວ ກາ​ນາ​ດາ ມະ​ຢ້ຽມຢາມ​ນະຄອນ​ເພີ່ມ​ຂຶ້ນ​ແຕ່ລະ​ປີ. ກ່າງ​ຄຳ​ເຫັນ​ທີ່​ພິທີ, ທ່ານ Audri Mukhopadhyay, ຫົວໜ້າ​ກົງ​ສູນ​ໃຫຍ່ ກາ​ນາ​ດາ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແບ່ງປັນ​ວ່າ.

        “ຢູ່​ນະຄອນ​ໂຮ່ຈິ​ມິນ, ພວກ​ຂ້າພະ​ເຈົ້າ​ມີ​ປະຊາ​ຄົມ​ນ້ອຍໆ ​ແຕ່​ມີ​ການ​ຂະ​ຫຍັນຂັນ​ເຄື່ອນ​ເຊິ່ງລວມຊາວ​ກາ​ນາ​ດາມີ 2.000 ຄົນ. ຂີດ​ໝາຍ​ໃນ​ການ​ດຳ​ເນີນສັງຄົມ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ແລ່ນ Terry Fox, ​ແມ່ນ​ຂໍ້​ລິ​ເລີ່​ມ​ເພື່ອການກຸສົນ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ, ສ້າງ​ຄວາມ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາຄົມໂລກ​ກັບ​ຫວຽດນາມ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນກໍ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ເພື່ອ​ຍູ້​ແຮງ​ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ. ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ກ່ຽວ​ກັບ​ການ​ປະກອບ​ສ່ວນນີ້ ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ມະນຸດຂອງ 2 ປະ​ເທດ.”
ຂ່າວ/ບົດ​ອື່ນ