ຈີນ ຖະແຫຼງບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ຕ້ອງອີງໃສ່ຄວາມຍຸຕິທໍາ

(VOVWORLD) -ຈີນ ພ້ອມແລ້ວທີ່ເຈລະຈາ ແລະ ປຶກສາຫາລື ເພື່ອແກ້ໄຂບັນດາບັນຫາດ້ານການຄ້າກັບ ອາເມລິກາ, ແຕ່ບັນດາການເຈລະຈາ ຕ້ອງອີງໃສ່ຄວາມຍຸຕິທໍາ ແລະ ຄວາມຈິງໃຈ. 
ຈີນ ຖະແຫຼງບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ຕ້ອງອີງໃສ່ຄວາມຍຸຕິທໍາ - ảnh 1ທ່ານ ຫວາງຊົວແວນ ຮອງລັດຖະມົນຕີການຄ້າຈີນ ທີ່ການປະຊຸມຂ່າວ ຢູ່ ປັກກິ່ງ ເມື່ອວັນທີ 25 ກັນຍາ (ພາບ: AFP/ TTXVN)

ຄໍາຖະແຫຼງດັ່ງກ່າວ ໂດຍທ່ານ ຫວາງຊົວແວນ ຮອງລັດຖະມົນຕີການຄ້າຈີນ ຍົກອອກມາເມື່ອວັນທີ 25 ກັນຍາ ໃນສະພາບການຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກພວມເພີ່ມຂຶ້ນ. ກ່າວຄໍາເຫັນຕໍ່ໜ້າວົງການນັກຂ່າວ, ທ່ານ ຫວາງຊົວແວນ ຖືວ່າ ພາຍຫຼັງການເຈລະຈາການຄ້າຂັ້ນສູງມາເປັນ 4 ຮອບ, ຈີນ ແລະ ອາເມລິກາ ບັນລຸໄດ້ຄວາມລົງລອຍກັນຫຼາຍຢ່າງ , ແຕ່ບັນດາການກະທໍາຂອງ ວໍຊິງຕັນ ຫວ່າງມໍ່ໆມານີ້ ໄດ້ເຮັດໃຫ້ການເຈລະຈາ ຍາກທີ່ຈະໄດ້ຮັບການດໍາເນີນຕໍ່. ທ່ານເນັ້ນໜັກວ່າ ເວລາທີ່ບັນດາການເຈລະຈາຂັ້ນສູງ ໄດ້ຮັບການດໍາເນີນຄືນໃໝ່ນັ້ນ ແມ່ນຂຶ້ນກັບຝ່າຍ ອາເມລິກາ, ພ້ອມທັງຢັ້ງຢືນວ່າ ການເຈລະຈາການຄ້າ ບໍ່ແທດເໝາະກັບຜົນປະໂຫຍດຂອງທັງສອງຝ່າຍ ແລະ ຄວນຢຸດຕິ. ເຈົ້າໜ້າທີ່ຄົນດັ່ງກ່າວ ກໍຖືວ່າ ຈີນ ແລະ ອາເມລິກາ ສາມາດແກ້ໄຂບັນດາບັນຫາຕ່າງໆຜ່ານການປຶກສາຫາລື, ເຮັດແນວໃດ ເພື່ອໃຫ້ສອງຝ່າຍມີການປະພຶດຕໍ່ກັນບົນພື້ນຖານຄວາມສະເໝີພາບ, ຈິງໃຈ ແລະ ປະຕິບັດຕາມບັນດາຄໍາໝັ້ນສັນຍາ.


ຕອບກັບ

ຂ່າວ/ບົດ​ອື່ນ