ຈີນ ແລະ ອາບການິດສະຖານ ຖະແຫຼງສ້າງຕັ້ງການພົວ ພັນຄູ່ຮ່ວມມືຍຸດທະສາດ

ຈີນ ແລະ ອາບການິດສະຖານ ຖະແຫຼງສ້າງຕັ້ງການພົວ ພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະທານ​ປະ​ເທດ ຈີນ ຫູ​ຈີນ​ເທົ່າ ​ແລະ ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai
(ພາບ: Reuters)

(vovworld) - ​ວັນ​ທີ 8/6, ຈີນ ​ແລະ ອາບ​ກາ​ນິ​ດສະຖານ ຕົກລົງສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຂໍ້​ຕົກລົງ ​ໄດ້ຖືກ​ຍົກ​ອອກ​ມາ ​ໃນ​ຖະ​ແຫຼ​ງການ​ຮ່ວມ​ປະກາດ​ພາຍຫຼັງ​ການ​ເຈລະຈາ​ຢ່າງ​​ເປັນ​ທາງ​ການ​ລະຫວ່າງ ທ່ານ​ປະທານ​ປະ​ເທດ ຈີນ ຫູ​ຈີນ​ເທົ່າ ​ແລະ ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai, ຢູ່ ປັກ​ກິ່ງ. ​ເນື່ອງ​​ໃນ​ໂອກາດ​ນີ້, ຈີນ ຖະ​ແຫຼ​ງສະຫງວນ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ ທີ່​ມີ​ມູນ​ຄ່າ​ເກືອ​ບ 24 ລ້ານ USD ​ໃຫ້​ແກ່​ລັດຖະບານ ອາບ​ກາ​ນິດ​ສະຖານ ​ໃນ​ປີ 2012. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງວ່າ: ​ເລື່ອງ 2 ຝ່າຍ​ຢືດໝັ້ນ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ​ທ້ອນ​ໂຮມ​ຊາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເຫັນ​ດີ​ເປັນ​ເອກະສັນ​ກັນ ບໍ່​ອະນຸຍາດ​ໃຫ້​ນຳ​ໃຊ້​ອະນາ​ເຂດ​ຂອງ​ປະ​ເທດ​ນີ້ ​ເຂົ້າ​ທຸກໆການ​ເຄື່ອນ​​ໄຫ​ວ​ ​ເພື່ອ​ແນ່​ໃສ່​ຕ້ານ​ປະ​ເທດ​ຂອງ​ກັນ..​.​ 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະສັນ​ກັນ ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ດ້ວຍ​ວິທີ​ພ້ອມ​ກັນ​ຕໍ່​ສູ້​ຕ້ານ​ບັນດາ​ໄພ​ນາບ​ຂູ່​ຂ້າມ​ຊາດ ຄື: ກໍ​ການ​ຮ້າຍ, ​ເຂົ້າ​ເມືອງ​ຜິດ​ກົດໝາຍ, ຄ້າຂາຍ​ເຖື່ອນອາວຸດ, ​ເພີ່ມ​ທະວີ​ການ​​ແລກປ່ຽນ​ລາຊະການ​ລັບ ​ແລະ ຄຸ້ມ​ຄອ​ງ​ເຂດ​ຊາຍ​ແດນ.

 

ຂ່າວ/ບົດ​ອື່ນ