ຈີນ ​ໃຫ້​ຄໍາໝັ້ນສັນຍາ ປະຕິບັດ​ຂໍ້​ຕົກລົງ​ການ​ຄ້າ​ໄລຍະໜຶ່ງ ກັບ ອາ​ເມ​ລິ​ກາ

(VOVWORLD) - ຈີນ ຈະປະຕິບັດຂໍ້ຕົກລົງການຄ້າໄລຍະ 1 ກັບ ອາເມລິກາ ແລະ ພວມມານະພະຍາຍາມປະຕິບັດໃຫ້ສໍາເລັດຄໍາໝັ້ນສັນຍາເພີ່ມທະວີການຊື້ສິນຄ້າຂອງ ອາເມລິກາ.

ວັນທີ 12 ພຶດສະພາ, ສໍານັກຂ່າວສານ Reuter ໃຫ້ຮູ້ວ່າ: ຈີນ ຈະປະຕິບັດຂໍ້ຕົກລົງການຄ້າໄລຍະ 1 ກັບ ອາເມລິກາ ແລະ ພວມມານະພະຍາຍາມປະຕິບັດໃຫ້ສໍາເລັດຄໍາໝັ້ນສັນຍາເພີ່ມທະວີການຊື້ສິນຄ້າຂອງ ອາເມລິກາ, ນັບທັງເມື່ອມີການເຄື່ອນໄຫວແລກປ່ຽນສິນຄ້າຖືກຈໍາກັດ ຍ້ອນການແຜ່ລະບາດຂອງໂລກລະບາດໂຄວິດ - 19.

ສໍານັກຂ່າວສານດັ່ງກ່າວໄດ້ຄັດສະເໜີຄໍາເຫັນຂອງບັນດາເຈົ້າໜ້າທີ່ຢູ່ ປັກກິ່ງ ໂດຍໃຫ້ຮູ້ວ່າ ຖ້າຫາກວ່າ ທັງສອງຝ່າຍພ້ອມກັນມີການກະທໍາຢ່າງຕັ້ງໜ້ານັ້ນ, ໂຄຕາຊື້ສິນຄ້າທີ່ຍັງບໍ່ທັນບັນລຸໄດ້ໃນເດືອນນີ້ ກໍສາມາດປະຕິບັດໃນເດືອນໜ້າ ຜ່ານການຊື້ເພີ່ມເຕີມ. ນັ້ນບໍ່ແມ່ນຂໍ້ຕົກລົງທີ່ສາມາດປະຕິບັດສໍາເລັດໄດ້ດ້ວຍການແລກປ່ຽນສິນຄ້າແຕ່ຢ່າງດຽວເທົ່ານັ້ນ, ພວກເຮົາກໍອາດຈະຄິດໄລ່ເຖິງຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ຂຶ້ນ ຕື່ມອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ