ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມື2ຝ່າຍຫຼາຍສະບັບ

ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມື2ຝ່າຍຫຼາຍສະບັບ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 03/09, ຢູ່​ປັກ​ກິ​ງ, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່າ​ນປະທານາທິບໍດີ​ລັດ​ເຊ​ຍ Vladimir Putin ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ. ການ​ເຈລະຈາ​ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ການ​ນຳ 2 ທ່ານ​ເຂົ້າ​ຮ່ວມ​ພິທີສວນສະໜາມສະ​ແດງ​ກຳລັງ ​​ເນື່ອ​ງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສິ້ນ​ສຸດ​ສົງຄາມ​ໂລກ​ຄັ້ງ​ທີ 2 ຢູ່​​ໃຈກາງ​ນະຄອນຫຼວງ​ປັກ​ກິ​ງ ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ. ​ທີ່​ການ​ເຈລະຈາ, ທ່ານ ສີ​ຈີນ​ຜິ​ງ ຢືນຢັນ​ວ່າ, ຈີນ​ ສືບ​ຕໍ່​ປະຕິບັດນະ​​ໂຍບາຍ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ລັດ​ເຊ​ຍ.

        ສ່ວນ​ທ່ານ​ປະທານາທິບໍດີ Putin, ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຈະ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ ​ແລະ ​ໃຫ້​ຮູ້​ວ່າ, ລັດ​ເຊ​ຍ ປາດ​ຖະໜາ​ຢາກ​ຮ່ວມ​ມື 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ພະ​ລັງງານ, ອຸດສາຫະກຳ​ນ້ຳມັນ, ການ​ເງິນ…

        ພາຍ​ຫຼັງ​ການ​ເຈລະຈາ, ການ​ນຳ 2 ທ່ານ​ໄດ້​​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກວ່າ 20 ສະບັບ, ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ພະ​ລັງ​ງານ, ການ​ຄ້າ ​ແລະ ການ​ພົວພັນ​ແລກປ່ຽນ​ປະຊາຊົນ.

ຂ່າວ/ບົດ​ອື່ນ