ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ43ຄົນ

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ43ຄົນ - ảnh 1
ສະໜາມບິນ Ataturk ຢູ່​ນະຄອນ Istanbul ​​ພາຍຫຼັງເກີດເຫດບຸກໂຈມຕິີ
(ພາບ:ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 30/6, ທ່ານ Efkan Ala, ລັດຖະມົນຕີກະຊວງ​ພາຍ​ໃນ​ຕວກກີ ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດການ​ບຸກ​ໂຈມ​ຕີ​ຢູ່​ສະໜາມ​ບິນ Ataturk ຢູ່​ນະຄອນ Istanbul ​​ທີ່ຜ່ານ​ມາ​​ໄດ້​ເພີ່​ມຂຶ້ນ​ເຖິງ 43 ຄົນ, ​ໃນ​ນັ້ນ​ມີຊາວ​ຕ່າງປະ​ເທດ 19 ຄົນ ​ແລະ ກ່ວາ 200 ຄົນ​ຖືກ​ຮັບ​ບາດ​ເຈັບ. ທ່ານ Ala ກໍ່​ໃຫ້​ຮູ້​ວ່າ: ມີ​ 13 ຄົນ, ​ໃນ​ນັ້ນມີຊາວ​ຕ່າງປະ​ເທດ 4 ຄົນຖື​ກຈັບ​ຕົວ​ໃນ​ການ​ສືບສວນ​ສອບ​ສວນກ່ຽວ​ກັບ​ເຫດການ​ກໍ່​ການ​ຮ້າຍ​ນີ້. ກ່າ​ວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ Istanbul ​​, ທ່ານ​ລັດຖະມົນຕີ​ກະ​ຊວງ​ພາຍ​ໃນ ຕວກກີ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ໄດ້​ເປີດ​ການ “ສືບສວນ​ສອບ​ສວນຢ່າງ​ຮອບດ້ານ ​ແລະ ​ເຂັ້ມ​ງວດ” ​ເພື່ອ​ແນ​ໃສ່​ກຳນົດ​ຕົວ​ການ​​ຢູ່​ເບື້ອງ​ຫຼັງ​ເຫດການ​ບຸກ​ໂຈມ​ຕີ​ນີ້. ທ່ານ​ກໍ່​ໃຫ້​ຮູ້​ວ່າ ບັນດາ​ສັນຍານ​ສືບສວນ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: IS ອາ​ດຈະ​ຢູ່​ເບື້ອງ​ຫຼັງ​ກໍ​ລະ​ນີກໍ່​ການ​ຮ້າຍ​ນີ້, ​ແຕ່​ຍັງບໍ່​ທັນ​ແນ່ນອນ​ເທື່ອ.


ຂ່າວ/ບົດ​ອື່ນ