ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ນ້ຳ​​ນອງ​ຢູ່ ຈີນ ເພີ່ມ​ຂຶ້ນ

(VOVWORLD) -ໄລ່ຮອດຕອນບ່າຍວັນທີ 21 ສິງຫາ, ຈຳນວນຜູ້ເສຍຊີວິດຍ້ອນເກີດນ້ຳນອງຢູ່ແຂວງ ຊິງໄຫ່, ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້ ໄດ້ເພີ່ມຂຶ້ນ 26 ຄົນແລ້ວ, ໃນຂະນະນັ້ນ ມີຜູ້ຫາຍສາບສູນ 5 ຄົນ. 
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ນ້ຳ​​ນອງ​ຢູ່ ຈີນ ເພີ່ມ​ຂຶ້ນ - ảnh 1ຊິງໄຫ່ວັນທີ 18 ສິງຫາ (ພາບ: AFP/TTXVN)

ເຈົ້າໜ້າທີ່ ຈີນໃຫ້ຮູ້ວ່າ, ໄລ່ຮອດຕອນບ່າຍວັນທີ 21 ສິງຫາ, ຈຳນວນຜູ້ເສຍຊີວິດຍ້ອນເກີດນ້ຳນອງຢູ່ແຂວງ ຊິງໄຫ່, ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້ ໄດ້ເພີ່ມຂຶ້ນ 26 ຄົນແລ້ວ, ໃນຂະນະນັ້ນ ມີຜູ້ຫາຍສາບສູນ 5 ຄົນ. ຕາມອົງການກູ້ໄພກູ້ຊີບສຸກເສີນຂອງແຂວງ ຊິງໄຫ່ ແລ້ວ, ຝົນໄດ້ເລີ່ມຕົກໜັກແຕ່ຄ່ຳຄືນວັນທີ 20 ສິງຫາ ເຮັດໃຫ້ເຂດດັ່ງກ່າວເກີດມີສະພາບນ້ຳນອງ, ດິນເຊາະເຈື່ອນ ແລະ ປ່ຽນທິດກະແສນ້ຳໄຫຼຂອງແມ່ນ້ຳ.  ປະຊາຊົນກວ່າ 6.200 ຄົນ ຢູ່ 6 ບ້ານຂຶ້ນກັບເມືອງ ຕ້າຖົງ ໄດ້ຖືກຜົນສະທ້ອນ. ກ່ອນໜ້ານັ້ນ, ກຳລັງເຈົ້າໜ້າທີ່ໄດ້ກອບກູ້ຊີວິດຂອງ 23 ຄົນທີ່ຖືກຫາຍສາບສູນຍ້ອນຝົນຕົກນ້ຳຖ້ວມ. ຈີນ ພວມປະເຊີນໜ້າກັບໄພພິບັດຍ້ອນຝົນຕົກນ້ຳຖ້ວມໃນລະດູຮ້ອນນີ້, ພ້ອມດຽວກັນນັ້ນ ກໍ່ແມ່ນການຮັບມືກັບສະພາບແດດຮ້ອນຢ່າງຮ້າຍແຮງ ກໍຄື ໄພແຫ້ງແລ້ງຢູ່ຫຼາຍເຂດ, ພາກທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ