ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ສູງທີ່ສຸດໃນຮອບເວລາ 10 ປີມໍ່ໆມານີ້

(VOVWORLD) - ເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ໃນປີຜ່ານມາຍັງຮັກສາລະດັບເຕີບໂຕດີ, ບັນລຸກວ່າ 9,46 ຕື້ USD, ເພີ່ມຂຶ້ນ 43,3% ເມື່ອທຽບໃສ່ປີ 2022.
ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ສູງທີ່ສຸດໃນຮອບເວລາ 10 ປີມໍ່ໆມານີ້ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 23 ມັງກອນ, ທະນາຄານແຫ່ງລັດສາຂານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ໃນປີຜ່ານມາຍັງຮັກສາລະດັບເຕີບໂຕດີ, ບັນລຸກວ່າ 9,46 ຕື້ USD, ເພີ່ມຂຶ້ນ 43,3% ເມື່ອທຽບໃສ່ປີ 2022. ນີ້ແມ່ນລະດັບສູງສຸດໃນຮອບເວລາ 10 ປີມໍ່ໆມານີ້ ແລະ ສືບຕໍ່ຮັກສາອັດຕາສູງດ້ວຍລະດັບກວ່າ 50% ເມື່ອທຽບໃສ່ຈຳນວນເງິນຕາຕ່າງປະເທດທີ່ສົ່ງມາຂອງທົ່ວປະເທດ.

        ໄຈ້ແຍກເງິນຕາຕ່າງປະເທດຕາມຂົງເຂດຊີ້ໃຫ້ເຫັນວ່າ, ຈຳນວນເງິນຕາຕ່າງປະເທດສົ່ງມາເຂດ ອາຊີ ກວມເອົາອັດຕາສູງສຸດດ້ວຍ 50,5%, ເຕີບໂຕ 143% ເມື່ອທຽບໃສ່ທ້າຍປີ 2022. ໃນຂະນະນັ້ນ, ຈຳນວນເງິນຕາຕ່າງປະເທດສົ່ງມາເຂດ ອາຟະລິກາ ແລະ ທະວີບ ອາເມລິກາ ລ້ວນແຕ່ຫຼຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ