ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະເນປານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະເນປານ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ Kumal Dahal
​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ຕົນ​ຊິງ​ແທ່ງ
(ພາບ: TTXVN)


(vovworld) - ວັນ​ທີ 24/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ Kumal Dahal ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ຕົນ​ຊິງ​ແທ່ງ, ທັງ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ບູຕານ ແລະ ​ເນ​ປານ, ເນື່ອງ​ໃນ​ໂອ​ກາດ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄປ​ປະ​ຕິ​ບັດ​ງານ​ຢູ່​ເນ​ປານ. ທີ່​ການ​ຕ້ອນ​ຮັບ, ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ປານ ຈ​ະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້​ນ​ສູງ ແລະ ບັນ​ດາ​ຄະ​ນະ​ວິ​ສາ​ຫະ​ກິດ. ແລະ​ກໍ​ໃນ​ວັນ​ດຽວກ​ັນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນ​ປານ, ປະ​ລິ​ຍາ​ເອກ Prakash Sharan Mahat, ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ຕົນ​ຊິງ​ແທ່ງ ສະ​ເໜີ 2 ປະ​ເທດ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ແຈ້ງ​ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Prakash Sharan Mahat ຊາບ​ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ສະ​ຖານ​ກົງ​ສູນ​ຢູ່ Kathmandu. ທ່ານ Prakash Sharan Mahat ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ 2 ຝ່າຍ, ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ​ພິ​ຈາ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຍົກ​ເວັ້ນວີ​ຊາ​ການ​ທູດ​ໃຫ້​ຜູ້​ຖື ​​ໜັງ​ສື​ຜ້ານ​ແດນ​ທາງການ​ທູດ ແລະ​ ​ທາງລັດ​ຖະ​ການ.

ຂ່າວ/ບົດ​ອື່ນ