ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງ ຫວຽດນາມ - ບູນກາຣີ

ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງ ຫວຽດນາມ - ບູນກາຣີ - ảnh 1
(ທ່ານ​ນາຍົກລັດຖະມົນຕີບູນກາຣີ Plamen Vasilev Oresharski)

(vovworld) - ​ທ່ານ​ນາຍົກລັດຖະມົນຕີບູນກາຣີ Plamen Vasilev Oresharski ​ແລະ ພັນລະ​ຍາ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງການ ​ແຕ່​ວັນ​ທີ 06 – 09/04, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ Plamen Vasilev Oresharski ​ຈັດ​ຂຶ້ນ​ໃນ​ວັນ​ທີ 07/04 ຢູ່​ຮ່າ​ໂນ້ຍ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດ​ຖະມົນຕີ Plamen Vasilev Oresharski. ​ໃນ​ວັນ​ທີ 07/04, ທ່ານ​ນາຍົກລັດຖະມົນຕີ ​ບູນກາຣີ ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ​ອມມູນິດ​ຫວຽດນາມ ​ຫງວຽນຟຸ໋ຈ້ອງ ແລະ ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ.

        ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ Plamen Vasilev Oresharski ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ຈຸດປະສົງ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ​ລະຫວ່າງ 2 ປະ​ເທ​ດອີກ​ດ້ວຍ.

ຂ່າວ/ບົດ​ອື່ນ