ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ເຢຍລະມັນ ແລະ ຫວຽດນາມ
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ ປະລິນຍາເອກ Peter Tauber - ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ, ໄດ້ມີການຢ້ຽມຢາມແລະ ເຮັດວຽກຢູ່ເຢຍລະມັນໃນລະຫວ່າງວັນທີ 10 – 15 ມິຖຸນາ.
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Peter Tauber - ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ (ພາບ: TTXVN) |
ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 13 ມິຖຸນາ, ຄະນະຜູ້ແທນໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໃນໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບຄວາມໝັ້ນຄົງໃນພາກພື້ນ ເອີລົບ, ອາຊີ - ປາຊີຟິກ…
ຄະນະຫວຽດນາມໄດ້ປຶກສາຫາລືກັບຝ່າຍເຢຍລະມັນກ່ຽວກັບເລື່ອງເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງດ້ວຍຖານະທີ່ແມ່ນຄູ່ຮ່ວມມືຍຸດທະສາດຂອງກັນ. ກ່ຽວກັບການພົວພັນຫຼາຍຝ່າຍ, ເຢຍລະມັນໄດ້ສະແດງຄວາມປາດຖະໜາຢາກມີໜ້າຢູ່ເຂດ ອາຊີ - ປາຊີຟິກ, ໃນນັ້ນມີ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສະແດງຄວາມຊົມເຊີຍ ຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານປ້ອງກັນຊາດກັບ EU ໂດຍໄວເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາຂອງສອງປະເທດກໍ່ຄືການປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງບັນດາພາກພື້ນ ແລະ ໂລກ.