ຊຸກຍູ້ການຮ່ວມມືລົງທຶນ, ການຄ້າລະຫວ່າງນະຄອນໂຮ່ຈິມິນ - Uruguay ຕາເວັນອອກ

ຊຸກຍູ້ການຮ່ວມມືລົງທຶນ, ການຄ້າລະຫວ່າງນະຄອນໂຮ່ຈິມິນ - Uruguay ຕາເວັນອອກ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ກາລະ​ໂອກາດ​ດຳ​ເນີນ​ທຸ​ລະ​ກິດ​ຫວຽດນາມ - Uruguay”
(ພາບ: hochiminhcity.gov.vn)

(vovworld) -     ທ່ີ​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ສ.Uruguay ຕາ​ເວັນ​ອອກ Danilo Astori ທີ່​ພວມ​ມີ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທານ​ການ. ຕອນ​ຄໍ່າ​ວັນ​ທີ 7/11, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​​ໂຮ່ຈິ​ມິນ Le Hoang Quan ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ຮອງ​ປະທານາທິບໍດີ Uruguay ຕາ​ເວັນ​ອອກຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກວ່າ​ອີກ ລະຫວ່າງ​ Uruguay ຕາ​ເວັນ​ອອກ ນະຄອນ​​ໂຮ່ຈິ​ມິນ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ກັບ Uruguay ຕາ​ເວັນ​ອອກເວົ້າ​ລວມ. ທ່ານ Le Hoang Quan ຢືນຢັນ​ວ່າ ນະຄອນ​ໂຮ່ຈິ​ມິນ ຈະ​ປະຕິບັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເຂົ້າ​ຮ່ວມ​ການ​ຊຸກຍູ້​ການ​ພົວພັນໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ປະທານາທິບໍດີ ສ.Uruguay ຕາ​ເວັນ​ອອກ Danilo Astori ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “ກາລະ​ໂອກາດ​ດຳ​ເນີນ​ທຸ​ລະ​ກິດ​ຫວຽດນາມ - Uruguay”.

ຂ່າວ/ບົດ​ອື່ນ