ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ກຳປູເຈຍ

(VOVWORLD) -ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢ່າງສູງໃຫ້ແກ່ເລື່ອງປົກປັກຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.
ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ກຳປູເຈຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານເຈົ້າຄອງນະຄອນ, ປະທານອົງຄະນະພັກປະຊາຊົນ ກຳປູເຈຍ ນະຄອນຫຼວງ ພະນົມເປັນ (ກຳປູເຈຍ) Khuong Sreng
(ພາບ: TTXVN)

ຕອນບ່າຍວັນທີ 06 ກັນຍາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເຈົ້າຄອງນະຄອນ, ປະທານອົງຄະນະພັກປະຊາຊົນ ກຳປູເຈຍ ນະຄອນຫຼວງ ພະນົມເປັນ (ກຳປູເຈຍ) Khuong Sreng, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢ່າງສູງໃຫ້ແກ່ເລື່ອງປົກປັກຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສືບຕໍ່ພ້ອມກັນຮ່ວມມືຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ; ປົກປ້ອງ ແລະ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື; ເພີ່ມທະວີການຮ່ວມມືດ້ານການສຶກສາ, ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ… ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວຈະສົມທົບກັນ, ໜູນຊ່ວຍ ກຳປູເຈຍ ຈັດກອງປະຊຸມສຸດຍອດ ອາຊຽນ 40-41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games) ຄັ້ງທີ 32 ປີ 2023 ໃຫ້ບັນລຸຜົນສຳເລັດ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ອຳນາດການປົກຄອງນະຄອນຫຼວງ ພະນົມເປັນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ