ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມແລະລັດກາລີຟໍເນຍ ອາເມລິກາ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມແລະລັດກາລີຟໍເນຍ ອາເມລິກາ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ
(ພາບ: ThanhTuan/TTXVN)

(vovworld) –  ວັນ​ທີ 21-22/10, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ ຊານ ຟຼັນຊິດ​ສະ​​ໂກ ​ແລະ ລອດ​ແອນ​ເຈີ​ລິດ ​ໃນ​ຂອບ​ເຂດ​ການ​ຢ້ຽມ​ການລັດ ກາລີ​ຟໍ​ເນຍຢ່າງ​ເປັນ​ທາງ​ການ. ທີ່​ນະຄອນ ຊານ ຟຼັນຊິດ​ສະ​​ໂກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ໄດ້​ພົບ​ປະ​ກັບ​ທ່ານ ຜູ້​ວ່າການ​ລັດ ກາລີ​ຟໍ​ເນຍ Jerry Brown. ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຝິກ(TPP).

        ຄຽງ​ຄູ່​ກັບ​ການ​ພົບ​ປະ​ກັບ​ທ່ານ​ຜູ້​ວ່າການ Jerry Brown, ທ່ານເອກອັກຄະລັດຖະ ທູດ ຟ້າ​ມກວາງ​ວິ​ງ ກໍ່​ມີ​ການ​ພົບ​ປະ​ກັບ​ກັບທ່ານ Edein Lee ​ເຈົ້າ​ຄອງ​ນະຄອນ ຊານ ຟຼັນຊິດ​ສະ​​ໂກ ​ແລະ ທ່ານ Kelli Bernard ຮອງ​ເຈົ້າ​ຄອງ​ນະຄອນຮັບຜິດຊອບ​ເສດຖະກິດ​ນະຄອນ ລອດ​ແອນ​ເຈີ​ລິດ. ທີ່​ການ​ພົບ​ປະ, ທ່ານເອກອັກຄະລັດຖະທູດ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດຕໍ່​ການ​ພັດທະນາ​ສາຍ​ພົວພັນ​ກັບ​ບັນດາ​ລັດ, ນະຄອນ​ຂອງ ອາ​ເມ​ລິ​ກາ. ທ່ານເອກອັກຄະລັດຖະທູດ ກໍ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ສາຍ​ພົວພັນ​​ແຮກສ່ຽວ 20 ປີ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຊານ ຟຼັນຊິດ​ສະ​​ໂກ ​ແລະ ​ເຊື່ອໝັ້ນ​ວ່າ ນີ້​ແມ່ນ​ແບບຢ່າງ​ໃຫ້ການ​ພົວພັນ​ທ້ອງ​ຖິ່ນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ