ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າລະຫວ່າງຫວຽດນາມແລະອີຣານ

ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າລະຫວ່າງຫວຽດນາມແລະອີຣານ - ảnh 1
​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani
(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ​ພັນ​ລະ​ຍາ​ ເດີນ​ທາງ​ໄປ​ຢ້ຽມ​ຢາມ ອີ​ຣານ ແຕ່​ວັນ​ທີ 13-15/3. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ການ​ນຳ​ສອງ​ປະ​ເທດ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ສອງ​ຝ່າຍ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ຄື: ການ​ເງິນ, ທະ​ນາ​ຄານ ແລະ ນ້ຳ​ມັນ​ອາຍ​ແກ​ສ ກໍ​ຄື​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຫວຽດ​ນາມ ແລະ ອີ​ຣານ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 4/8/1973. ໃນ 40 ກວ່າ​ປີ ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດມ​ີ​ບັນ​ດາ​ບາດ​ກ້າວ​ສຳ​ຄັນ​ໃນ​ບັນ​ດາ​ຂົງ​ເຂດ ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ, ເຕັກ​ນິກ. ອີ​ຣານ ແມ່ນ​ຕະ​ຫລາດ​ໃຫຍ່​ຢູ່​ພາກ​ພື້ນ ຕາ​ເວັນ​ອອກ​ກາງ, ໃນ​ຂະ​ນະ​ນັ້ນ ຫວຽດ​ນາມ ແມ່ນ​ປະ​ຕູ​ເຂົ້າ​ຕະ​ຫລາດ ອາ​ຊີ.
ຂ່າວ/ບົດ​ອື່ນ