ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ເບລາຣຸດ

ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ເບລາຣຸດ - ảnh 1
ປະ​ທານ​າ​ທິ​ບໍ​ດີ​ສ.ເບ​ລາ​ຣຸ​ດ Aleksandr Grigorievich Lukashenko
(ພາບ​ປະ​ກອບ: TTXVN)

(vovworld) - ໂ​ດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ປະ​ທານ​າ​ທິ​ບໍ​ດີ​ສ.ເບ​ລາ​ຣຸ​ດ Aleksandr Grigorievich Lukashenko ​ມາຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ໃນ​ລະ​ຫວ່າງວັນ​ທີ 08 – 09/12. ການ​ຢ້ຽມ​ຢາມ​ຂອງ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເບ​ລາ​ຣຸ​ດ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ເບ​ລາ​ຣຸ​ດ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ; ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ການ​ນຳ 2 ປະ​ເທ​ດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ໃນ​ການ​ຢ້ຽມ​ຢາມ​​ຄັ້ງ​ນີ້, ການ​ນຳ 2 ປະ​ເທດ​ກໍ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ທີ່​ບັນ​ລຸ​ໄດ້ແລ້ວ; ແລກ​ປ່ຽນ​ທິດ​ທາງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ພາຍ​ຫຼັງ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​ຫວຽດ​ນ​າມ ​ພັນ​ທະ​ມິດເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ມີ​ຜົນ​ສັກ​ສິດ…

ຂ່າວ/ບົດ​ອື່ນ