ຊຸກຍູ້ເສດຖະກິດພາກກາງພັດທະນາແບບຍືນຍົງໃນໄລຍະໃຫມ່

ຊຸກຍູ້ເສດຖະກິດພາກກາງພັດທະນາແບບຍືນຍົງໃນໄລຍະໃຫມ່ - ảnh 1
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
ພາບ:http://vneconomy.vn


(vovworld)- ສຳ​ຫລວດ​ກວດກາ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ພາກ​ກາງ ​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາລື​ການ​ຮ່ວມ​ສຳພັນ, ຍູ້​ແຮງ​ບົດບາດ​ວິ​ສາ​ຫະກິດ, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​​ພາກ​ກາງ​ໃນ​ໄລຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ບັນ​ດາ​ເນື້ອ​​ໃນ​ຕົ້ນຕໍ​ຂອງ “​ເວທີ​ປາ​ໄສ​ເສດຖະກິດ​ພາກ​ກາງ” ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/8 ຢູ່ນະຄອນ ດາ​ຫນັງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ເວທີ​ປ​າ​ໄສ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ສຸມ​ໃສ່​ຊີ້​ແຈ້ງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ.

        “ຄວນ​ໄຈ້​ແຍກ, ​ເຮັດ​ແຈ້ງ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ຂອງ​ເຂດ, ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຄວາມ​ຫຍຸ້ງຍາກ,​ ສິ່ງ​ທ້າ​ທາຍ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ພັດທະນາ​ເສດຖະກິດ​ທະ​ເລ, ຈາກ​ນັ້ນ ສຳ​ເລັດ​ການວາງ​ແຜນຜັງ​ທ້ອງ​ຖິ່ນ ຕິດ​ພັນ​ກັບ​ການວາງ​ແຜນຜັງ​ສັງ​ລວມຂອງ​ເຂດ. ”

ຂ່າວ/ບົດ​ອື່ນ