ຊີຣີປະຕິເສດຄຳກ່າວຫາຂອງຝ່າຍຄ້ານກ່ຽວກັບການນຳໃຊ້ອາວຸດເຄມີ

ຊີຣີປະຕິເສດຄຳກ່າວຫາຂອງຝ່າຍຄ້ານກ່ຽວກັບການນຳໃຊ້ອາວຸດເຄມີ - ảnh 1
ປະທານາທິບໍດີ Bashar al Assad
ພາບ: internet


(vovworld)-ຕອບ​ສຳພາດ​ຫນັງສືພິມ Izvestia ຂອງ​ລັດ​ເຊຍ​ໃນ​ວັນ​ທີ 26/8, ປະທານາທິບໍດີ Bashar al Assad ​ໄດ້​ອອກສຽງ​ປະຕິ​ເສດ​ຄຳ​ກ່າວ​ຫາ​ຂອງ​ຝ່າຍ​ຄ້ານ ​ແລະ ການ​ນຳ​ຫລາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ຖື​ວ່າ: ກອງທັບ ຊີ​ຣີ ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​ບຸກ​ໂຈມ​ຕີ​ກຳລັງ​ລຸກ​ຮື​ຂຶ້ນ. ປະທານາທິບໍດີ Assad ຢືນຢັນ​ວ່າ: ຄຳ​ກ່າວ​ຫາ​ດັ່ງກ່າວ​ພຽງ​ແຕ່​ມີ​ລັກສະນະ​ການ​ເມືອງ​ທີ່​ຖືກ​ຍົກ​ອອກ​​ໃນ​ສະພາບ​ທະຫານ​ລັດຖະບານ​ຍາດ​ໄດ້​ໄຊຊະນະ​ສຳຄັນ​ຢ່າງ​ລຽນຕິດ. ທ່ານ Assad ຮຽກຮ້ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ສາກົນ​ເພື່ອ​ສືບສວນ​ບັນດາ​ຄຳ​ກ່າວ​ຫາ​ຂອງ​ຝ່າຍ​ຄ້ານ. ຕາມ​ທ່ານ Assad ​ແລ້ວ, ຝ່າຍ​ຕາ​ເວັນ​ຕົກ​ບໍ່​ໄດ້​ອະນຸຍາດ​ດຳ​ເນີນ​ບັ້ນ​ຮົບ​ການ​ທະຫານ​ຢູ່ ຊີ​ຣີ ​ເພາະວ່າ ທຸກ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້ ບໍ່​ແມ່ນ​ການ​ປະຕິວັດ​ປະຊາຊົນ ຫາກ​​ແມ່ນ​ການ​ຕໍ່ສູ້​ຂອງ​ກຳລັງ​ປະກອບ​ອາວຸດ ຊີຣີ ຕ້ານ​ຄືນ​ພວກ​ກໍ່ການ​ຮ້າຍ. ທ່ານ​ເນ​ັ້ນຫນັກ​ວ່າ: ອາ​ເມ​ລິ​ກາ ບໍ່​ສາມາດ​ແຊກ​ແຊງ​ທາງ​ການ​ທະຫານ​ເຂົ້າຊີຣີ ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ພວກ​ກໍ່​ກາ​ນຮ້າຍ.

ຂ່າວ/ບົດ​ອື່ນ