ຊີຣີ,ອີຣານ ຢືນຢັນຫຼັກໝັ້ນສາມັກຄີເພື່ອຮັບມືກັບສັດຕູໂຕດຽວ

(VOVWORLD) -ວັນທີ 14 ພະຈິກ, ທ່ານປະທານາທິບໍດີຊີຣີ Bashar al Assad ສະແດງຄວາມຊົມເຊີຍຕໍ່ການສະໜັບສະໜູນສະເໝີຕົ້ນສະເໝີປາຍຂອງອີຣານ ທີ່ສະຫງວນໃຫ້ແກ່ຊີຣີ ໃນການຕໍ່ສູ້ຕ້ານຄືນບັນດາກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ.

ຊີຣີ,ອີຣານ ຢືນຢັນຫຼັກໝັ້ນສາມັກຄີເພື່ອຮັບມືກັບສັດຕູໂຕດຽວ - ảnh 1 ທ່ານປະທານາທິບໍດີ Bashar al Assad ແລະ ທ່ານ Mojtaba Zonnouri

(ພາບ: AFP/TTXVN)

ທ່ານປະທານາທິບໍດີ Bashar al Assad ຖືວ່າ, ສົງຄາມນີ້ຈະສິ້ນສຸດລົງກໍ່ຕໍ່ເມື່ອພວກເຮົາສາມາດດັບສູນພວກກໍ່ການຮ້າຍໄດ້ຢ່າວໝົດກ້ຽງ.

        ກ່າວຄຳເຫັນທີ່ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດອີຣານ ໂດຍທ່ານຫົວໜ້າກຳມາທິການປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດສະພາແຫ່ງຊາດອີຣານ, ທ່ານ Mojtaba Zonnouri ນຳໜ້າ ທີ່ພວມຢ້ຽມຢາມນະຄອນຫຼວງ Damascus, ທ່ານປະທານາທິບໍດີ Assad ໄດ້ເນັ້ນໜັກເຖິງເລື່ອງດັບສູນພວກກໍ່ການຮ້າຍໃຫ້ໝົດກ້ຽງນັ້ນແມ່ນວິທີໜຶ່ງດຽວເພື່ອສິ້ນສຸດສົງຄາມ. ການຕໍ່ສູ້ໂດຍຊີຣີ ແລະ ບັນດາປະເທດເພື່ອນມິດປຸກລະດົມເພື່ອແນໃສ່ຕ້ານຄືນບັນດາຄວາມມັກໃຫຍ່ໄຝ່ສູງທະເຍີທະຍານຂອງຝ່າຍຕາເວັນຕົກ ແລະ ບັນດາປະເທດລ່າເມືອງຂຶ້ນຈະສືບຕໍ່ດຳເນີນຈົນຮອດເມື່ອໃດບັນລຸໄດ້ເປົ້າໝາຍດັ່ງກ່າວ.

        ສ່ວນທ່ານ Zonnouri ຢືນຢັນວ່າ, ອີຣານ ແລະ ຊີຣີ ພວມຢູ່ໃນສະໜາມຮົບດຽວກັນ  ແລະ ເຕເຮຣານ ຈະຕັດສິນໃຈຢ່າງເດັດດ່ຽວເພື່ອປົກປ້ອງບັນດາຜົນປະໂຫຍດຂອງຕົນ, ກໍຄືຂອງບັນດາສຳພັນທະມິດຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ