ຊອ໊ກຈັງ: ສະເຫຼີມສະຫຼອງ 100 ປີແຫ່ງເວທີການສະແດງ ຢູ່ເຄ

(VOVWORLD) -ຂັບ ຢູ່ເຄ ແມ່ນການຂັບລຳທີ່ເປັນມູນເຊື້ອຂອງສິລະປະເວທີການສະແດງ ແລະ ຟ້ອນຂອງຊົນເຜົ່າ ຂະແມ ຢູ່ແຂວງ ຊອ໊ກຈັງ, ກ່າເມົາ, ອານຢາງ, ຈ່າວິງ.

ຊອ໊ກຈັງ: ສະເຫຼີມສະຫຼອງ 100 ປີແຫ່ງເວທີການສະແດງ ຢູ່ເຄ - ảnh 1 ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັດທະນາສິລະປະເວທີການສະແດງ ຢູ່ເຄ

(ພາບ: nhandan.com.vn)

ຕອນຄ່ຳວັນທີ 30 ຕຸລາ, ຢູ່ນະຄອນ ຊອ໊ກຈັງ, ກົມມໍລະດົກວັດທະນະທຳ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຊອ໊ກຈັງ ຈັດພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັດທະນາສິລະປະເວທີການສະແດງ ຢູ່ເຄ. ນີ້ແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ. ຂັບ ຢູ່ເຄ ແມ່ນການຂັບລຳທີ່ເປັນມູນເຊື້ອຂອງສິລະປະເວທີການສະແດງ ແລະ ຟ້ອນຂອງຊົນເຜົ່າ ຂະແມ ຢູ່ແຂວງ ຊອ໊ກຈັງ, ກ່າເມົາ, ອານຢາງ, ຈ່າວິງ. ທ່ານ ມາຍແຈັງທອນ, ຮອງຫົວໜ້າຄະນະສິລະປະ ຂະແມ ຣອນຣອນ, ເມືອງ ເຈົາແທັ່ງ, ແຂວງ ຊອ໊ກຈັງ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດເມື່ອໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິລະປະເວທີການສະແດງ ຢູ່ເຄ. ນີ້ແມ່ນຄວາມມານະພະຍາຍາມຂອງປະຊາຊົນເຜົ່າ ຂະແມ ທີ່ມີຄວາມສະໜິດຕິດພັນ, ຮັກສາສິລະປະເວທີການສະແດງ ຢູ່ເຄ ເຊິ່ງປູ່ຍ່າຕາຍາຍປະໄວ້ໃຫ້.”

ຕອບກັບ

ຂ່າວ/ບົດ​ອື່ນ