ຊາວອົບພະຍົບນັບສິບຄົນຖືກເສຍຊີວິດແລະຫາຍສາບສູນຢູ່ທະເລຊີຣີ

ຊາວອົບພະຍົບນັບສິບຄົນຖືກເສຍຊີວິດແລະຫາຍສາບສູນຢູ່ທະເລຊີຣີ - ảnh 1
(ພາບປະກອບ: THX/TTXVN)

(vovworld) –  ​ວັນ​ທີ 18/4, ອົງ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີຊາວ​ອົບ​ພະຍົບ ອາບຟຣີກາ 8 ຄົນ​ ​ໄດ້​​ເສຍ​ຊີວ​ິ​ດ ​ແລະ ​ເກືອບ 20 ຄົນ​ຖື​ກຫາຍ​ສາບ​ສູນ​ໃນ​ເຫດ​ກຳ່​ປັ່ນ​ຂົນ​ສົ່ງ​ຊາວ​ອົບ​ພະຍົບຖືກຈົມ​ນຳ້ຢູ່​​ເຂດ​ທະ​ເລ ລີ​ບີ​. ຕາມ​ອົງການ​ກູ້​​ໄພ​ກູ້​ຊີບ​ທະ​ເລ​ເມ​ດີ​ແຕຣາ​ເນ SOS ຂອງ​ຝຣັ່ງ, ກຳ່​ປັ່ນ Aquarius ​ໄດ້​ກູ້​ເອົາ​ຊີວິດ​ຊາວ​ອົບ​ພະຍົບ 108 ຄົນ​ໃນ​ຄຳ່​ຄືນ​ວັນ​ທີ 17/4. ບັນດາ​ຜູ້​ຖືກ​ກູ້​ເອົາ​ຊີວິດມີ​ສັນຊາດ​ຂອງ 11 ປະ​ເທດ​ຢູ່ ອາ​ບຟຣີກາ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 16/4, ກຳ່​ປັ່ນ Aquarius ​ໄດ້​ກູ້​ເອົາ​ຊີວ​ິດ​ຊາວ​ອົບ​ພະຍົບອີກ 116 ຄົນ.

        ​ໃນ​ສະພາບ​ການ​ທີ່​ກ່ຽວຂ້ອງ​, ວັນ​ທີ 17/4, ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ອີ​ຕາ​ລີ ​ໄດ້​ກູ້​ເອົາ​ຊີວິດ​ຊາວ​ອົບ​ພະຍົບ 33 ຄົນ​ຢູ່​ເກາະນ້ອຍໆ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເກາະ Sicily. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Sergio Mattarella, ປະທານາທິບໍດີ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ: ຊາວ​ອົບ​ພະຍົບນັບ​ຮ້ອຍ​ຄົນ​ໄດ້​ຮັບ​ຖື​ວ່າ​ຖືກ​ເສ​ຍຊີວິດ​ໃນ​ວິ​ກິດ​ການ​ອົບ​ພະຍົບຄັ້ງ​ໃໝ່​ຢູ່ ເມ​ດີ​ແຕຣາ​ເນ. ​ຕາມແຫຼ່ງຂ່າວ​ບໍ່​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຈຳນວນ​ຜູ້​ອົບ​ພະຍົບຖືກ​ເສຍ​ຊີວິດ​​ໄດ້ຂຶ້ນ​ເຖິງ 400 ຄົນ. ​ເຂົ​າ​ເຈົ້າ​ຖືກ​ເສຍ​ຊີວິດ​​ເມື່ອ​ບັນດາ​ກຳ່​ປັ່ນ​ຖືກ​ຈົມນຳ້​ຢູ່​ໃກ້​ກັບຝັ່ງ​ທະ​ເລ​ຂອງ ອີ​ຢິບ.

ຂ່າວ/ບົດ​ອື່ນ