ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ແຕ່ລະຄົນຄືດັ່ງທູດຜູ້ໜຶ່ງຂອງ ຫວຽດນາມ ຢູ່ຕ່າງປະເທດ

ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ແຕ່ລະຄົນຄືດັ່ງທູດຜູ້ໜຶ່ງຂອງ ຫວຽດນາມ ຢູ່ຕ່າງປະເທດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ

 (vovworld) – ຕອນ​ບ່າຍ​ວັນ​ທີ 17/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດທີ່​ກັບ​ເມືອ​ປະ​ເທດ​ເຂົ້າ​ຮ່ວມ “ຄ້າຍ​ພັກ​ແລ້ງ​ປີ 2013”. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ນັກຮຽນ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແຕ່ລະຄົນ​ຄື​ດັ່ງ​​ທູດ​ຜູ້​ໜຶ່ງຂອງ ຫວຽດນາມ ຢູ່​ຕ່າງປະ​ເທດ. ດັ່ງ​ນັ້ນ, ພວກ​ນ້ອງ​ຕ້ອງ​ພະຍາຍາມ​ຮຳ່​ຮຽນ, ສ້າງ​ຮູບ​ພາບຊາວ ຫວຽດນາມ​ ທີ່ສະໜິດສະໜົມ, ດຸ​ໝັ່ນ​ຂະຫຍັນ​ພຽນ ຄື​ດັ່ງ​ມູນ​ເຊື້ອ​ທີ່​ມີ​ຢູ່​ແລ້ວ​ຂອງ​ຊາວ ຫວຽດນາມ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ປະຈຳ​ຖິ່ນ ກໍ່​ຄື​ປະກອບ​ສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ ຫວຽດນາມ ​ໃຫ້​ຮັ່ງມີ, ສວຍ​ງາມ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີ ຢືນຢັນ​ວ່າ: ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ນັບຖື​​ການ​ປະກອບສ່ວນ​ຂອງ​ພໍ່​ແມ່ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ຖື​ວ່າ​ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້. ບັນດາ​ຄວາມ​ຄິດ​ຮອດ​ຄິດ​ເຖິງບ້ານ​ເກີດ​ເມືອງ​ນອນ​ຂອງ​ຊາວ ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ກໍ່ແມ່ນ​ຄວາມ​ຜາ​ສຸກ​ຂອງຊາວ ຫວຽດນາມ ຢູ່​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ