(vovworld) - ຕອນເຊົ້າວັນທີ 9/10, ສະຫະສະມາຄົມວິສາຫະກິດນະຄອນໂຮ່ຈິມິນ ໄດ້ສົມທົບກັບບາງຫົວໜ່ວຍ ຈັດຕັ້ງກອງປະຊຸມສຳມະນາ “ວິກິດການເສດຖະກິດ - ກາລະໂອກາດຍົກສູງຄວາມສາມາດແກ່ງແຍ້ງ ໃຫ້ແກ່ວິສາຫະກິດ”. ການສຳມະນາເພື່ອແນໃສ່ໄຈ້ແຍກບັນດາປັດໃຈທີ່ສົ່ງຜົນສະຖ້ອນໂດຍກົງເຖິງການເຄື່ອນໄຫວຂອງບັນດາວິສາຫະກິດໃນປະຈຸບັນ ແລະ ທິດແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄົງຄ້າງເພື່ອຮັບປະກັນການຜະລິດ, ດຳເນີນທຸລະກິດ. ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ໃນເງື່ອນໄຂວິກິດການຄືປະຈຸບັນ, ບັນດາວິສາຫະກິດລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ວິສາຫະກິດໃດຜ່ານຜ່າໄດ້ຈະມີໂອກາດເພື່ອພັດທະນາ. ຄຽງຂ້າງນັ້ນ, ບັນດາວິສາຫະກິດຕ້ອງສືບຕໍ່ສະເໜີຕໍ່ລັດເພື່ອມີນະໂຍບາຍມະຫາພາກທີ່ເໝາະສົມກວ່າ. ທ່ານ Pham Ngoc Hung, ຮ�%A