ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ສົມ​ທົບ​ລະ​ຫວ່າງ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຕອນບ່າຍວັນທີ 30 ມີນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານຮ່ວມກອງປະຊຸມກ່ຽວກັບວຽກງານສົມທົບກັນລະຫວ່າງປະທານປະເທດ ແລະ ຄະນະປະຈຳສະພາແຫ່ງຊາດ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ສົມ​ທົບ​ລະ​ຫວ່າງ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫງຊາດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫງຊາດ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ວຽກງານສົມທົບກັນລະຫວ່າງປະທານປະເທດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນໄລຍະຜ່ານມາບັນລຸໄດ້ຜົນງານທີ່ຕັ້ງໜ້າ, ຮອບດ້ານໃນທຸກແງ່ມູນຂອງການປະຕິບັດງານ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງປະທານປະເທດ, ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານຫງວຽນຊວັນຟຸກ ເນັ້ນໜັກວາ ສະພາແຫ່ງຊາດຄວນສືບຕໍ່ເສີມຂະຫຍາຍທີ່ຕັ້ງບົດບາດຂອງຕົນໃນວຽກງານສ້າງຂອບນິຕິກຳຢ່າງແຮງກ່ວາອີກ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ... ທ່ານກ່າວວ່າ:

ພວກເຮົາກຳນົດການພົວພັນລະຫວ່າງປະທານປະເທດ ແລະ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແມ່ນການພົວພັນສົມທົບກັນປະຕິບັດງານ ພາຍໃຕ້ການນຳພາຂອງພັກ, ການຈັດແບ່ງວຽກງານຂອງສູນກາງ, ກົມການເມືອງ, ຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ. ປະທານປະເທດຍາມໃດກໍ່ມີຄວາມປາດຖະໜາກຢາກສົມທົບ, ຮ່ວມມືກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງ ເພື່ອປະຕິບັດບັນດາໜ້າທີ່ຢ່າງມີປະສິດທິຜົນ.

ທ່ານປະທານປະເທດກໍ່ມີຄວາມປາດຖະໜາຢາກສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໃນວິວັດການກໍ່ສ້າງ, ປະຕິບັດກົດໝາຍ, ລັດຖະບັນຍັດ ແລະ ມະຕິດ້ວຍທັດສະນະຖືປະຊາຊົນເປັນໃຈກາງ, ປະຊາຊົນເປັນເຈົ້າກຳຂອງການພັດທະນາ, ເຈົ້າກຳຂອງການຕິດຕາມກວດກາ, ພິເສດແມ່ນໃນບັນຫາກ່ຽວກັບແມ່ຍິງ ແລະ ເດັກນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ