ຍຸດທະສາດພັດທະນາ ວິທະຍຸກະຈາຍສຽງ ໃນໄລຍະໃໝ່

ຍຸດທະສາດພັດທະນາ ວິທະຍຸກະຈາຍສຽງ ໃນໄລຍະໃໝ່ - ảnh 1
(ຍຸດ​ທະ​ສາດ​ພັດທະນາ​ວິທະຍຸກະຈາຍສຽງ​ໃນ​ໄລຍະ​​ໃໝ່)

(vovworld) - ວັນ​ທີ 31/07, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ວິທະຍຸກະຈາຍສຽງ​ອາຊີ, ​ໄດ້​ດຳ​ເນີນ​ບັນດາ​ວາລະ​ປະຊຸມ​ສຸດ​ທ້າຍ​ດ້ວຍ​ຫົວ​ຂໍ້ກ່ຽວ​ກັບ​ສື່​ສານ​​ເປັນ​ທາງ​ການ ​ແລະ ບັນດາ​ນັກ​ຂ່າວ​ພົນລະ​ເມືອງ ກໍ່ຄື​ບັນຫາ​ໂຄສະນາ​ທາງ​ວິທະຍຸ​ກະຈາຍສຽງ. ກ່ອນ​ໜ​້ານັ້ນ, ຕອນ​ບ່າຍ​ວັນ​ທີ 30/07, ວາລະປະຊຸມ​ 2 ຄັ້ງໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ຜູ້​ແທນແມ່ນ​ ວາລະ​ປະຊຸມກຳນົດ​ຍຸດ​ທະ​ສາດ​ລວມ​ໃຫ້​ແກ່​ວິທະຍຸກະຈາຍສຽງໃນ​ສັງກາດ​ໃໝ່ ​ແລະ ກາລະ​ໂອກາດ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ປະຊາ​ຄົມ​ຍຸກ​ສະ​​ໄໝ​ວິທະຍຸ​ກະຈາຍສຽງ​ດີ​ຈີ​ຕອນ. ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ວ່າ ​ ວິ​ທະ​ຍຸ​ກະຈາຍສຽງ​​ແຕ່ລະ​ແຫ່ງລ້ວນ​​ແຕ່​ມີ​ຍຸດ​ທະ​ສາດສະ​ເພາະ​ເພື່ອ​ພັດທະນາ ​ແຕ່​ເບິ່ງ​ລວມ​ແລ້ວມີ 4 ຂົງ​ເຂດ​ຈຸດ​ສຸມນັ້ນ​ແມ່ນ; ຍົກ​ສູງ​ຄຸນ​ນະພາ​ບດ້ານ​ເນື້ອ​ໃນ, ​ເພີ່ມ​ທະວີ​ລັກສະນະກົງ​ໄປ​ກົງມາ​ກັບ​ຜູ້​ຟັງ ຜ່ານພາຫະນະສື່ສານ, ສ້າງ​ຄວາມ​ດຶງ​ດູດ​ດ້ວຍ​ການຕິດ​ຕໍ່​ພົວພັນລະຫວ່າງ​ຜູ້​ຟັງກັບ​ຜູ້​ມີ​ຊື່​ສຽງ​ ​ແລະ ບັນດາ​ນະ​ໂຍບາຍ​ຄຸມ​ຄອງ​ຊຸກຍູ້​ໃຫ້ມີ​ຫົວຄິດ​ປະດິດ​ສ້າງ.
ຂ່າວ/ບົດ​ອື່ນ