ຍີ່ປຸ່ນ, ສ ເກົາຫຼີ ເປັນເອກະພາບ ເຊື່ອມຕໍ່ການພົວພັນ 2 ຝ່າຍ

ຍີ່ປຸ່ນ, ສ ເກົາຫຼີ ເປັນເອກະພາບ ເຊື່ອມຕໍ່ການພົວພັນ 2 ຝ່າຍ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida
(ພາບ: AFP)

(vovworld) - ວັນ​ທີ 1/7, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ ​ເຫັນ​ດີ​ເປັນ​ເອກະ​ພາບ​​ເຊື່ອມ​ຕໍ່ການ​ພົວພັນ 2 ຝ່າຍ​ພາຍຫຼັງ​​ການ​ໂຕ້​ຖຽງ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ປະຫວັດສາດ​ສົງ​ຄາມ ​ແລະ ການ​ພິພາດ​ໝູ່​ເກາະ Dokdo/ Takesshima ​ເຊິ່ງທັງ 2 ປະ​ເທດ​ລ້ວນ​ແຕ່​ຖະ​ແຫຼ​ງປະກາດອະທິປະ​ໄຕ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ 2 ຝ່າຍ​ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ 9 ​ເດືອນ​ຢູ່​ນອກ​​ເວທີ​ປາ​ໄສ​ຄວາມ​ໝັ້ນຄົງ​ພາກ​ພື້ນ ອາ​ຊຽນ (ARF) ຢູ່​ບຣູ​ໄນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ​ເນັ້ນ​ໜັກ​ວ່າ: ການ​ພົບ​ປະ​ຄັ້ງ​ນີ້​ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ເລື່ອງ​ສ້າງ​ການ​ພົວພັນ​ຫຼາຍ​ຮູບ​ແບບ ​ແລະ ມຸ່ງ​ໄປ​ເຖິງ​ອະນາຄົດ​ລະ​ຫວ່າງ ຍີ່ປຸ່ນ ​ແລະ ສ ​ເກົາຫຼີ. ທີ່​ການ​ພົບ​ປະ​ດັ່ງ​ກ່າວ, ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ​ຄວນ​ຊຸກຍູ້​ບັນດາ​ການ​ພົບ​ປະ​ຂັ້ນ​ສູງ 2 ຝ່າຍ, ​ໃນ​ນັ້ນ​ມີ​ເລື່ອງ​ຈັດ​ຕັ້ງ​ການ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລ​ະ ປະທານາທິບໍດີ ສ ​ເກົາຫຼີ Park Geun Hye ​ໃນ​ອະນາຄົດ​ໃກ້ໆ​ນີ້.

ຂ່າວ/ບົດ​ອື່ນ