ຍີ່ປຸ່ນ - ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
(ພາບປະກອບ)
(vovworld) – ວັນທີ 19/11, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຍີ່ປຸ່ນ Akinori Eto ໄດ້ມີການພົບປະກັບບັນດາຜູ້ຮ່ວມຕຳແໜ່ງປະເທດຕ່າງໆໃນອາຊຽນ ຢູ່ນະຄອນບານກາ, ມຽນມາ. ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ 2 ຝ່າຍ ເພື່ອໃນໃສ່ຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງໂຕກຽວ ແລະ ບັນດາປະເທດອາຊຽນ. ທີ່ການພົບປະ, ທ່ານລັດຖະມົນຕີວ່າການ Eto ໄດ້ເຕືອງເຖິງການຮ່ວມມືໃນຂົງເຂດຄວາມປອດໄພໃນການເດີນທະເລ, ການຊ່ວຍເຫຼືອມະນຸດສະທຳ ແລະ ຫຼຸດຜ່ອນໄພທຳມະຊາດ. ທ່ານ Eto ຢືນຢັນວ່າ ບໍ່ມີປະເທດໃດສາມາດຮັກສາສັນຕິພາບພຽງລຳພັງຝ່າຍດຽວ ພ້ອມທັງສະແດງແນວຄວາມຄິດຂອງໂຕກຽວ ກ່ຽວກັບເລື່ອງສະໜອງອຸປະກອນ ແລະ ເຕັກໂນໂລຊີທີ່ກ່ຽວງຂ້ອງເຖິງໂຄງການຍົກສູງຄວາມສາມາດໃຫ້ບັນດາປະເທດອາຊຽນ.
ດ້ວຍກອງປະຊຸມດຳເນີນໄປໃນວັນທີ 19/11 ນີ້, ຍີ່ປຸ່ນ ໄດ້ກາຍເປັນປະເທດທີ 3 ດຳເນີນການເຈລະຈາປ້ອງກັນຊາດກັບບັນດາປະເທດອາຊຽນ, ຖັດຈາກອາເມລິກາ ແລະ ຈີນ.