ຍີ່ປຸ່ນ ໜູນຊ່ວຍກຳປູເຈຍ ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ

ຍີ່ປຸ່ນ ໜູນຊ່ວຍກຳປູເຈຍ ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ - ảnh 1
(ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​
​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe)


(vovworld) – ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທົ່ວ​ໂລກ​ຄັ້ງ​ທີ 3 ກ່ຽວ​ກັບການຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກໄພ​ທຳ​ມະ​ຊາດ​ຢູ່ນະຄອນ Sendai, ປະ​ເທດ ຍີ່ປຸ່ນ. ວັນ​ທີ 15/03, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ປາດ​ຖະໜາ​ຂອງ 2 ຝ່າຍ, ​ໃນ​ນັ້ນ​ມີ​ການ​ສ້າງ​ສາຍ​ການບິນ​ໂດຍ​ກົງ. ທ່ານ​ນາຍົກລັດຖະມົນ​ຕີ Shinzo Abe ຢືນຢັນ​ວ່າ, ​ໂຕ​ກຽວ ຈະ​ສະໜອງ​ໃຫ້ ພະນົມ​ເປັນ ບ້ວງ​ເງິນ​ກູ​້ຢືມດ້ວຍ​ດອກ​ເບ້ຍ​ຕໍ່າທີ່ມີ​ມູນ​ຄ່າປະມານ 160 ລ້ານ USD ​ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ນີ້ ຍົກ​ລະດັບ​ທາງ​ຫຼວງ​​ເລກ 5, ​ເຊິ່ງ​ເປັນ​ເສັ້ນທາງ​ສຳຄັນ​ໃນ​​ພາກ​ພື້ນແມ່​ນ້ຳຂອງ. ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ຂັ້ນ​ສູງ​​ ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 04/07 ຢູ່​ໂຕ​ກຽວ ລະຫວ່າງ ຍີ່ປຸ່ນ ​ກັບ 5 ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ (​ລວມມີ ຫວຽດນາມ, ​ໄທ, ລາວ, ກຳປູ​ເຈຍ, ມຽນມາ). ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ການ​ນຳ​ຈະ​ວາງ​ແຜນ​ຍຸດ​ທະ​ສາດ​ໃໝ່​ເພື່ອ​ໃຫ້​ຍີ່ປຸ່ນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແມ່​ນ້ຳຂອງ ພາຍຫຼັງ​ປີ 2015 ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ