ຍີ່ປຸ່ນ-ຈີນ-ສ.ເກົາຫຼີໃຫ້ຄຳໝັ້ນສັນຍາຊຸກຍູ້ການຄ້າເສລີໃນທົ່ວໂລກ

ຍີ່ປຸ່ນ-ຈີນ-ສ.ເກົາຫຼີໃຫ້ຄຳໝັ້ນສັນຍາຊຸກຍູ້ການຄ້າເສລີໃນທົ່ວໂລກ - ảnh 1
ກອງ​ປະ​ຊຸມ​ລະ​ຫວ່າງ 3 ປະ​ເທດ​ໃນ​ປີ 2015
(ພາບ​ປະ​ກອບ​ຈາກ: Yonhap)

(vovworld) –  ​​ວັນ​ທີ 29/10, ທີ່ກອງ​ປ​ະ​ຊຸມ 3 ຝ່າຍ​ຢູ່​ນະ​ຄອນຫຼວງ ໂຕ​ກຽວ, ປະ​ເທດ ຍີ່​ປຸ່ນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ ຍີ່​ປຸ່ນ, ຈີນ ແລະ ສ. ເກົາຫຼີ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ຮ່ວມ​ມື​ກັນ​ເພື່ອ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ທົ່ວ​ໂລກ. ໃນ​ຖະ​ແຫຼງ​ການ​ຮ່ວມ, 3 ປະ​ເທດ ອາ​ຊີ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ມື​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ອາ​ລັກ​ຂາ​ອຸດ​ສາ​ຫະ​ກຳ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສວມ​ບົດ​ບາດ​​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂັ້ນ​ສູງ ແລະ ຮອບ​ດ້ານ​ໃນ​ຂໍ​້​ຕົກ​ລົງ​ການ​ຄ້າ 3 ຝ່າຍ​ທີ່​ເຂົາ​ເຈົ້າ​ພວມ​ເດີນ​ຕາມ ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP). ນີ້​ແມ່ນ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່​ມັກ​ໃຫຍ່​ໄຝ່​ສູງ ເຊິ່ງ​ຍີ່​ປຸ່ນ, ຈີນ, ສ. ເກົາຫຼີ, 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ອົດ​ສະ​ຕ​າ​ລີ, ອິນ​ເດຍ ແລະ ນິວ​ຊີ​ແລນ​ ພວມ​ປຶກ​ສາ​ຫາ​ລື.

RCEP ວາງ​ຈຸດ​ໝາຍ​ສ້າງ​ຕັ້ງ​ຂອບ​ເຂດ​ໂດຍ​ອີງ​ໃສ່​ບັນ​ດາ​ຂໍ​້​ຕົກ​ລົງ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ພາກ​ພື້ນ, ພ້ອມ​ທັງ​ສົ່ງ​ເສີມ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ເພື່​ອ​ຊຸກ​ຍູ້​ເສດ​ຖະ​ກິດ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ.


ຂ່າວ/ບົດ​ອື່ນ