ຍີ່ປຸ່ນປະກາດຄະນະລັດຖະບານໃໝ່ພາຍຫຼັງການເລືອກຕັ້ງສະພາຕ່ຳ

ຍີ່ປຸ່ນປະກາດຄະນະລັດຖະບານໃໝ່ພາຍຫຼັງການເລືອກຕັ້ງສະພາຕ່ຳ - ảnh 1
ທ່ານ Akinori Eto
(ພາບ: Kyodo-TTXVN)

(vovworld) – ​​​​​​ຕອນ​ບ່າຍ​ວັນ​ທີ 24/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຍີ່​ປ​ຸ່ນ, ຜູ້​ຫາກໍ່​ໄດ້​ຮັ​ບ​ການ​​ເລືອກ​ຕັ້ງຄືນ​ໃໝ່ Shinzo Abe, ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ໃໝ່ ​ໃນ​ນັ້ນ​ມີ​ແຕ່​ປ່ຽນ​ແປງ​ຕຳ​ແໜ່ງໜຶ່ງ​ດຽວ​ສຳ​ລັບ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເທົ່າ​ນັ້ນ. ຕາມນັ້ນ​ແລ້ວ, ອະ​ດີດ​ຫົວ​ໜ້າ​ກົມ​ປ້ອງ​ກັນ​ Gen Nakatani ​ຈະແທນ​ໃຫ້​ທ່ານ Akinori Eto. ທ່ານ Nakatani ໄດ້​ຮັບ​ຖື​ວ່າ​ມີ​ທັດ​ສະ​ນະ​ດຽວ​ກັນ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ໃນ​ການ​ຊ​ຸກ​ຍູ້​ບົດ​ບາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫຍ່ຫຼວງ​ກ່​ວາ​ຂອງ ຍີ່​ປຸ່ນ.

        ບັນ​ຊີ​ລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ໃໝ່​ໂດຍ​ຫົວ​ໜ້າ​ຫ້ອງ​ວ່າການ​ລັດ​ຖະ​ບານ ຍີ່​ປຸ່ນ Yoshihide Suga ​ຍົກ​ອອກ​ມາ​ທີ່ກ​ານປະ​ຊຸມ​ຂ່າວ​ພາຍຫຼັງ​ທ່ານ Abe ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄືນ​ໃໝ່​ໃນ​ວາ​ລະປະ​ຊຸມ​ທຳ​ອິດ​ຂອງ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ທີ່ແກ່​ຍາວ​ເປັນ​ເວ​ລາ 3 ວັນ. ນີ້​ແມ່ນ​ຄ​ະ​ນະ​ລັດ​ຖະ​ບານ​ທີ 3 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ນັບ​ແຕ່​​ທ່ານ​ຮັບ​ດຳ​ລົງ​ຕ່ຳ​ແໜ່ງ​ແຕ່​ທ້າຍ​ປີ 2012 ແລະ ສາ​ບາ​ນ​ຕົວ​​ຮັ​ບ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການຢູ່ ລາດ​ຊະ​ວັງ ຍີ່​ປຸ່ນ​ໃນ​ທ້າຍ​ວັນ​ທີ 24/12.

 


ຂ່າວ/ບົດ​ອື່ນ