ຍີ່ປຸ່ນ,ອົດສຕາລີສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກແລະທະເລຮວາຕຸງ

ຍີ່ປຸ່ນ,ອົດສຕາລີສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກແລະທະເລຮວາຕຸງ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: AFP)


(vovworld) – ວັນ​ທີ 14/11, ທີ່​ການ​ພົບ​ປະ​ຢູ່​ນະຄອນ Antalya ຂອງ​ຕວກກີ, ກ່ອ​ນດຳ​ເນີນ​ກອງປະຊຸ​ມສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ​ ​ແລະ ຫາ​ກໍ​ພົ້ນ​ເດັ່ນອັນ​ດັບ​ໜຶ່ງ​ໃນ​ໂລກ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ຄູ່​ຕຳ​ແໜ່ງອົດສຕາ​ລີທ່ານ Malcolm Turnbull ​ໄດ້​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ຕາມ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ແລ້ວ, ​ເລື່ອງບັນດາ​ກໍ່​າປັ່ນ​ຂອງ​ຈີນ ​ເຄື່​ອນ​ໄຫວ ​ໃນ​ເຂດນ່ານນ້ຳຂອ​ງ​ຍີ່ປຸ່ນ ​ໃກ້​ກັບ​ໝູ່​ເກາະ Senkaku ປະ​ຈຸ​ບັນ​ຍີ່ປຸ່ນ ພວມ​ຄວບ​ຄຸມ ​ແຕ່​ປັກ​ກິ​ງກໍ​ຖະ​ແຫຼ​ງມີອະທິປະ​ໄຕ ​ແລະ ​ເອີ້​ມວ່າ ຕຽວອີ ​ພ້ອມ​ກັບບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ, ​ຖົມ​ດິນ​ເປັນ​ເກາະຢ່າງ​ຜິດ​ກົດໝາຍເຊິ່ງປັກ​ກິ​ງ ພວມ​ດຳ​ເນີນ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ​ແມ່ນ​ຄວາມ​ວິຕົກ​ກັງວົນ​ຢ່າງ​​​ໃຫຍ່​ຫຼວງ​ໃນ​ພາກພື້ນ. ສ່ວນ​ທ່ານ​ນາຍົກລັດຖະມົນຕີອົດສຕາລີ ກໍ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ຂອງ​ທ່ານ Abe ກ່ຽວ​ກັບ​ບັນດາ​ບັນຫາ​​ໃນ​ການ​ເດີນ​ທະ​ເລ ທີ່ກ່ຽວ​ຂ້ອງ​ເຖິງ​ຈີນ.

ຂ່າວ/ບົດ​ອື່ນ