ຍ້ອງຍໍຊົມເຊີຍ “ນັກສຶກສາ 5 ດີ”, ມອບລາງວັນ “ດາວເດືອນຈຽງ”

(VOVWORLD) - ດ້ວຍຖານະເປັນອົງການການເມືອງ, ສັງຄົມຂອງນັກສຶກສາ, ສະມາຄົມນັກສຶກສາ ຫວຽດນາມ ຄວນປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍກຳລັງ ປະດິດສ້າງ, ຈິດໃຈອາສາສະໝັກ, ອຸທິດສ່ວນຂອງນັກສຶກສາເປັນຢ່າງສູງ.
ຍ້ອງຍໍຊົມເຊີຍ “ນັກສຶກສາ 5 ດີ”, ມອບລາງວັນ “ດາວເດືອນຈຽງ” - ảnh 1 ບັນດານັກຮຽນ - ນັກສຶກສາໄດ້ຮັບໃບຍ້ອງຍໍ

ຕອນຄ່ຳວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ - ນັກສຶກສາ ຫວຽດນາມ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018), ຍ້ອງຍໍຊົມເຊີຍນັກສຶກສາໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ”, ໝູ່ຄະນະນັກສຶກສາໄດ້ຮັບນາມມະນົດ “ໝູ່ຄະນະນັກສຶກສາ 5 ດີ” ຂັ້ນສູນກາງປີ 2017, ມອບລາງວັນ “ດາວເດືອນຈຽງ” ປີ 2017. ລາຍການໂດຍສູນກາງສະມາຄົມນັກສຶກສາ ຫວຽດນາມ ຈັດຕັ້ງ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ບົດບາດຂອງນັກຮຽນ, ນັກສຶກສານັບມື້ນັບໄດ້ຮັບການຢັ້ງຢືນໃນວິວັດແຫ່ງການປະດິດສ້າງ, ພັດທະນາປະເທດຊາດແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຊີ້ແຈ້ງວ່າ:

“ດ້ວຍຖານະເປັນອົງການການເມືອງ, ສັງຄົມຂອງນັກສຶກສາ, ສະມາຄົມນັກສຶກສາ ຫວຽດນາມ ຄວນປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍກຳລັງ ປະດິດສ້າງ, ຈິດໃຈອາສາສະໝັກ, ອຸທິດສ່ວນຂອງນັກສຶກສາເປັນຢ່າງສູງ. ສະມາຄົມນັກສຶກສາ ຫວຽດນາມ ຕ້ອງເປັນບ່ອນສ້າງສະພາບແວດລ້ອມແຫ່ງອຸດົມຄະຕິເພື່ອໃຫ້ນັກສຶກສາຝຶກຝົນຫຼໍ່ຫຼອມ, ຄູນສ້າງອຸດົມຄະຕິຄຸນສົມບັດ, ຄຸນນະທາດວິຊາສະເພາະ, ສຸຂະພາບ, ກາຍເປັນເພື່ອນຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ, ໜູນຊ່ວຍນັກສຶກສາໃນການຮ່ຳຮຽນ, ກໍ່ຮ່າງສ້າງຕົວ, ເລີ່ມທຸລະກິດ, ປະດິດຄິດສ້າງ. ”      

ຕອບກັບ

ຂ່າວ/ບົດ​ອື່ນ