ຍູ້ແຮງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

(VOVWORLD) - ຄະນະຜູ້ແທນກະຊວງປ້ອງກັນປະເທດ ອົດສະຕາລີ ໂດຍທ່ານພົນເຮືອໂທ Raymond Grimond Griggs ຮອງຜູ້ບັນຊາການກຳລັງປ້ອງກັນຊາດ ອົດສະຕາລີ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 26 – 30 ກໍລະກົດ 2017.
 
ຍູ້ແຮງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ - ảnh 1 ຍູ້ແຮງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ຕອນບ່າຍວັນທີ 27 ກໍລະກົດ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ອົດສະຕາລີ ໄດ້ເຂົ້າຢ້ຽມຂ່ຳນັບພົນຕີ ຟານວັນຢາງ ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ນະທີ່ນີ້ ພົນຕີ ຟານວັນຢາງ ຢືນຢັນການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ, ປະຕິບັດບັນດາເນື້ອໃນ ໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ ເຊິ່ງລົງນາມແຕ່ປີ 2010 ແລະ ການພົວພັນ “ຄູ່ຮ່ວມມືຮອບດ້ານ” ຫວຽດນາມ - ອົດສະຕາລີ. ພົນຕີ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບ ອົດສະຕາລີ, ຫວັງວ່າ ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືປ້ອງກັນຊາດກ່ວາອີກ; ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄົ້ນຄວ້າເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່ ຊຶ່ງ 2 ຝ່າຍມີຄວາມຕ້ອງການ ແລະ ຄວາມສາມາດບົ່ມຊ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ