ຍູ້ແຮງການຮ່ວມມືປ້ອງກັນ,ຕ້ານຢາເສບຕິດຢູ່ເຂດຊາຍແດນ ຫວຽດນາມ - ລາວ

(VOVWORLD) - ເສັ້ນຊາຍແດນ ຫວຽດນາມ - ລາວ, ຕິດກັບ 10 ແຂວງ ຫວຽດນາມ, ໃນນັ້ນມີດ່ານຊາຍແດນແຫ່ງຊາດ 16 ແຫ່ງ ແລະ ເສັ້ນທາງຮ່ອມນັບພັນສາຍ.
ຍູ້ແຮງການຮ່ວມມືປ້ອງກັນ,ຕ້ານຢາເສບຕິດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ảnh 1 ກອງປະຊຸມຂອງ 3 ອົງການລະຫວ່າງ 2 ປະເທດ ຫວຽດນາມ - ລາວ

ກົມຕຳຫຼວດສືບສວນສອບສວນອາດຊະຍາກຳກ່ຽວກັບຢາເສບຕິດ (ກະຊວງຕຳຫຼວດ ຫວຽດນາມ); ກົມປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ, ກອງບັນຊາການທະຫານຊາຍແດນ (ກະຊວງປ້ອງກັນປະເທດ ຫວຽດນາມ) ກັບກົມປ້ອງກັນ, ຕ້ານຢາເສບຕິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ; ສືບຕໍ່ກຳແໜ້ນສະພາບການ, ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງຕັ້ງ ແລະ ພ້ອມກັນຕໍ່ສູ້ຄະດີລວມກ່ຽວກັບອາດຊະຍາກຳຢາເສບຕິດທີ່ເຄື່ອນໄຫວຢູ່ເຂດດິນແດນສອງປະເທດ ຫວຽດນາມ, ລາວ ຢ່າງທັນການ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ, ໃນໄລຍະຈະມາເຖິງ… ນັ້ນແມ່ນແຫຼ່ງຂໍ້ມູນຂ່າວສານໄດ້ຍົກອອກມາທີ່ກອງປະຊຸມແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດຄັ້ງທີ 12 ລະຫວ່າງ 3 ອົງການດັ່ງກ່າວຂອງສອງປະເທດ ຫວຽດນາມ, ລາວ ໃນຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ.

        ເສັ້ນຊາຍແດນ ຫວຽດນາມ - ລາວ, ຕິດກັບ 10 ແຂວງ ຫວຽດນາມ, ໃນນັ້ນມີດ່ານຊາຍແດນແຫ່ງຊາດ 16 ແຫ່ງ ແລະ ເສັ້ນທາງຮ່ອມນັບພັນສາຍ. ເສັ້ນຊາຍແດນນີ້ໄດ້ຮັບການຕີລາຄາວ່າແມ່ນເສັ້ນທາງຈຸດສຸມ, ສັບສົນກ່ຽວກັບການຄ້າຂາຍ, ຂົນສົ່ງຢາເສບຕິດ. ພັນເອກພິເສດ ຫງວຽນດິກນາມ, ຮອງຫົວໜ້າກົມຕຳຫຼວດສືບສວນສອບສວນອາດຊະຍາກຳກ່ຽວກັບຢາເສບຕິດ, ກະຊວງຕຳຫຼວດ, ເນັ້ນໜັກວ່າ:

       “ໃນໄລຍະຈະມາເຖິງ, 3 ກຳລັງຂອງສອງປະເທດພວກເຮົາຈະສືບຕໍ່ມານະພະຍາຍາມ ແລະ ສົມທົບກັນແໜ້ນແຟ້ນກ່ວາໃນວຽກງານຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ. ພິເສດ, ແມ່ນບັນດາສະຖານທີ່ຮ້ອນເຮັ່ງຂອງເສັ້ນຊາຍແດນ ເຊິ່ງໃນນັ້ນຈຸດສຸມແມ່ນແຂວງ ເຊີນລາ ຕິດກັບແຂວງຫົວພັນ; ແຂວງຮ່າຕິງ ຕິດພັນແຂວງ ບໍລິຄຳໄຊ…ເພື່ອຕໍ່ສູ້ມ້າງເພທຳລາຍບັນດາເສັ້ນທາງຄ້າຂາຍ, ຂົນສົ່ງຢາເສບຕິດລະຫວ່າງສອງປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ