(VOVWORLD) - ທາງນະຄອນໄດ້ວາງເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນ ຈະປະກອບສ່ວນເຂົ້າຍອດຜະລິດຕະພັນ GRDP ຂອງນະຄອນແຕ່ 35 – 40%.
(ບັນດາຜູ້ແທນຢ້ຽມຢາມເຂດເຮັດວຽກ) |
ນະຄອນ ດ່ານັ້ງ ໄດ້ວາງເປົ້າໝາຍຮອດປີ 2030 ຈະມີນັກວິສະວະກອນໃນຂົງເຂດແຜງວົງຈອນ, ເຄິ່ງຊັກນຳໄຟຟ້າຢ່າງໜ້ອຍສຸດ 5.000 ຄົນ, ໃນນັ້ນມວິສະວະກອນອອກແບບແມ່ນ 2.000 ຄົນ ແລະ ນັກວິສະວະກອນ, ນັກເຕັກນິກຫຸ້ມຫໍ່, ກວດທົດລອງ 3.000 ຄົນ. ນັ້ນແມ່ນຄຳຮຽກຮ້ອງຂອງການນຳນະຄອນ ດ່ານັ້ງ ທີ່ພິທີໄຂສູນ R&D ກ່ຽວກັບເຕັກໂນໂລຊີສູງ ແລະ ຊິບເຄິ່ງຊັກນຳໄຟຟ້າຢູ່ເຂດສວນສາທາລະນະຊອັບແວ ດ່ານັ້ງ ເລກ 2, ໂດຍກຸ່ມບໍລິສັດ FPT ຈັດຂຶ້ນໃນວັນທີ 27 ມີນາ.
ກ່າວຄຳເຫັນທີ່ພິທີ, ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ ທາງນະຄອນໄດ້ວາງເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນ ຈະປະກອບສ່ວນເຂົ້າຍອດຜະລິດຕະພັນ GRDP ຂອງນະຄອນແຕ່ 35 – 40%. ໃນນັ້ນ, ປັດຍາປະດິດ ແລະ ແຜງວົງຈອນເຄິ່ງຊັກນຳໄຟຟ້າແມ່ນໜຶ່ງໃນບັນດາຍຸດທະສາດປາຍແຫຼມ, ແມ່ນຂໍ້ກຸນແຈເພື່ອໃຫ້ ດ່ານັ້ງ ມຸ່ງໄປສູ່ອະນາຄົດ. ທ່ານ ໂຮ່ກີ່ມິງ ເນັ້ນໜັກວ່າ:
“ນະຄອນໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂ, ສະພາບແວດລ້ອມສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ສືບຕໍ່ສະເໜີສູນກາງເພີ່ມເຕີມກົນໄກ, ນະໂຍບາຍ ເພື່ອສົ່ງເສີມການລົງທຶນ, ໂດຍສະເພາະແມ່ນເພື່ອສ້າງເປັນສູນການເງິນ; ສູນ startup ນະວັດຕະກຳ; ສູນຄົ້ນຄວ້າ ແລະ ພັດທະນາ. ພ້ອມກັນນັ້ນ, ກໍ່ຄົ້ນຄວ້າກົນໄກ, ນະໂຍບາຍ ແລະ ໜູນຊ່ວຍການລົງທຶນໃນຂົງເຂດເຕັກໂນໂລຊີສູງ, ອຸດສາຫະກຳເຕັກໂນໂລຊີ, ການຫັນເປັນດີຈີຕອນ, ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນ…”